ງານຕະຫຼາດນັດສາກົນ ການລົງທຶນ, ການຄ້າ ແລະການທ່ອງທ່ຽວດ່ານັງ 2013

ງານຕະຫຼາດນັດສາກົນ ການລົງທຶນ, ການຄ້າ ແລະການທ່ອງທ່ຽວດ່ານັງ 2013 - ảnh 1

(ພາບປະກອບ::lienbangtravel.com)

(vovworld)- ​ແຕ່​ວັນ​ທີ 8-13/8 ຈະ​ມາ​ເຖິງ, ຢູ່​ນະຄອນ​ດ່າ​ນັງ ຈະ​ຈັດ​ໃຫ້​ມີງານ​ຕະຫຼາດນັດ​​ສາກົນການລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ​ແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກດ່າ​ນັງ 2013 ​ໂດຍ​ຄະນະ​ກຳມະການ ປຊຊ ນະຄອນ​ດ່າ​ນັງ ຈັດຕັ້ງຂຶ້ນ. ຕາມ​ຂ່າວ​ຈາກ​ຄະນະ​ຈັດຕັ້ງ​ແລ້ວ, ຄາດ​ວ່າ, ງານ​ຕະຫຼາດນັດ​ຈະ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງປະມານ 280 ວິ​ສາ​ຫະກິດ​ມາ​ຈາກ​ບັນດາ​ປະ​ເທດ ​ໄທ, ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ຊື່​ງຈະ​ນຳ​​ເຄື່ອງ​ໄຟຟ້າ, ​ເອກ​ເລກ​ໂຕ​ນິກ, ​ເຕັນ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ອາຫານ​ປຸງ​ແຕ່ງ, ​ເຄື່ອງ​ຫັດຖະກຳ​ສິລະ​ປະ… ມາ​ວາງສະ​ແດງ​​​ໃນ 450 ຮ້ານ​. ງານ​ຕະຫຼາດ​ນັດຍັງ​​ແນະນຳ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ການ​ຄ້າ​ຂອງ​ປະ​ເທດ​ຕ່າງໆ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ, ບັນດາ​ອົງການ​ຈັດຕັ້ງສາກົນ ​ແລະ ​ແຂວງ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ-​ເຂດ​ໄຕ​ງວຽນ, ວາງ​ວະ​ແດງ​ຜະລິດ​ຕະພັນ​ຮັບ​ໃຊ້​ການທ່ອງທ່ຽວ, ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ….

ຂ່າວ/ບົດ​ອື່ນ