ງານບຸນ Hangeul – nal ຄັ້ງທີ 7

ງານບຸນ Hangeul – nal ຄັ້ງທີ 7 - ảnh 1
ລາຍ​ການ​ສິ​ລະ​ປະ​ທີ່​ງານ​ບຸນ Hangeul – nal ຄັ້ງ​ທີ 7 
ພາບ​:baoquocte

(vovworld)- ວັນ​ທີ 22/10, ງານ​ບຸນ Hangeul – nal ຄັ້ງ​ທີ 7 ໄດ້​ດຳ​ເນີນ​ໄປ​ຢູ່ ຫໍ​ພັກ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ​ສັງ​ຄົມ​ມະ​ນຸດ​ສາດ ຮ່າ​ໂນ້ຍ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ງານ​ບຸນ​ແມ່ນ​ເຫດ​ການ​ຖຶກ​ຈັດ​ຂຶ້ນ​ປະ​ຈຳ​ປີ ພາຍ​ໃຕ​້​ການ​ເປັນ​ປະ​ທານ ແລະ ການ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຂອງ​ລັດ​ຖະ​ບານ​ສ​ເກົາ​ຫລີ ຈັດ​ຕັ້ງ ພາຍ​ໃຕ້​ການ​ຫນູນ​ຊ່ວຍ​ຂອງ​ສະ​ຖານ​ທູດ ສ​ເກົາ​ຫລີ ປະ​ຈຳ​ຫວຽດ​ນາມ.

​ເຂົ້າ​ຮ່ວມງານ​ບຸນ​ກ່າວ​, ສາ​ທາ​ລະ​ນະ​ຊົນ​ຫວຽດ​ນາມ ຈະ​ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ຫນ້າ​ປະ​ທັບ​ໃຈ​ຄື: ການ​ແນະ​ນຳ​ອາ​ຫານ​ການ​ກິນ ຂອງ ສ​ເກົາ​ຫລີ, ລາຍ​ການ​ສິ​ລະ​ປະ, ການ​ລະ​ຫລິ້ນ​ພື້ນ​ເມືອງ, ນຸ່ງ​ທົດ​ລອງ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ ສ​ເກົາ​ຫລີ. …ຜ່ານ​ງານ​ບຸນ ບັນ​ດາ​ເພື່ອນ​ຫນຸ່ມ ພິ​ເສດ​ແມ່ນ​ນັກ​ສຶກ​ສາ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ຂອງ ສ​ເກົາ​ຫລີ ກວ່າ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ