ງານບູນ “ຕາເວັນອອ” ໃນດິນແດນມໍລະດົກອ່າວ ຮ້າລອງ

(VOVWORLD) - ງານບູນວັດທະນະທຳ ຍີ່ປຸ່ນ “ຕາເວັນອອກ” ໄດ້ໄຂຂຶ້ນໃນວັນທີ 29 ກັນຍາ ແລະ ແກ່ຍາວຮອດວັນທີ 21 ຕຸລາ 2018 ດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ນະຄອນ ຮ້າລອງ (ແຂວງ ກວາງນິງ).

ງານບູນ “ຕາເວັນອອກ” ໄດ້ຈັດຕັ້ງຢູ່ສວນ ຍີ່ປຸ່ນ Sun World Halong Complex, ນະຄອນ ຮ້າລອງ ດ້ວຍບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຍີ່ປຸ່ນ ຄືການແຂ່ງຂັນຕີມວຍປ້ຳ Sumo, ສະແດງຕີກອງ Taiko, ວິທີຊົງຊາ, ອາຫານການກິນ, ຟ້ອນ Yosakoi ພ້ອມດ້ວຍບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມ. ອ້າຍ ຫງວຽນຮ່ວາງເຟືອງ ແຂກທ່ອງທ່ຽວມາຈາກ ດ່າໜັງ ແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມເພິ່ງພໍໃຈ ເພາະວ່າມື້ນິ້ ເປັນຄັ້ງທຳອິດໄດ້ມາ ຮ້າລອງ ແລະ ໄດ້ເບິ່ງບັນດານັກປ້ຳ Sumo ແຂ່ງຂັນ. ຂ້າພະເຈົ້າບໍ່ທັນໄດ້ໄປ ຍີ່ປຸ່ນ ແຕ່ຂ້າພະເຈົ້າມານີ້  ກໍ່ເຂົ້າໃຈຕື່ມກ່ຽວກັບວັດທະນະທຳ ຍີ່ປຸ່ນ ຜ່ານງານບຸນນີ້.

      ງານບຸນແມ່ນການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວາງນິງ ແລະ ແມ່ນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ