ງານບຸນ ລົ່ງຕົງ ຮັບໃບຢັ້ງຢືນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ

ງານບຸນ ລົ່ງຕົງ  ຮັບໃບຢັ້ງຢືນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 21/2, ຢູ່​ເມືອງ ​ເລີມ​ບິງ (Lam Binh), ​ແຂວງ ຕວຽນ​ກວາງ ​ໄດ້​ດຳ​ເນີນ​ພິທີ​ຮັບ​ໃບ​ຢັ້ງຢືນ​ “ງານ​ບຸນ ລົ່ງຕົງ (Long Tong) ຂ​ອງຊາວ​ເຜົ່າ​ ​ໄຕ” ​ແຂວງ ຕວຽນ​ກວາງ ເປັນມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານນາງ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ທິບິ​ກລຽນ, ຢັ້ງຢືນ​ວ່າ: ເລື່ອງ​ງານ​ບຸນ ລົ່ງຕົງ ​ຖືກນຳ​ເຂົ້າ​ບັນຊີ​ລາຍ​ຊື່ ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ ​ໄດ້​​ເປັນ​ການຢັ້ງຢືນ ​ແລະ ​ເຊີດ​ຊູ​ຄຸນຄ່າ​ຂອງ​ມໍລະດົກ​ນີ້ ພ້ອມ​ທັງ​ເປີດ​ຄວາມ​ສາມາດ​ບົ່ມ​ຊ້ອນ​, ກາລະ​ໂອກາດຫຼາຍ​ຢ່າງ ​ເພື່ອ​ພັດທະນາ​ເສດຖະກິດ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ວັດທະນະທຳ​ວົງ​ຄະນະ​ຍາດ. ທ່ານນາງ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ທິບິ​ກລຽນ ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ ຕວຽນ​ກວາງ ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ​ບັນດາ​ແຜນ​ຮ່າງ, ​ແຜນການກວດກາ ​ເພື່ອ​ແນ​ໃສ່​ອະນຸ​ລັກ​ຮັກສາ, ຟື້ນ​ຟູ​ຄຸນ​ຄ່າ​ພິທີ​ຂັບ ​ແທນ ​ແລະ ງານ​ບຸນ ລົ່ງຕົງ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ການທ່ອງທ່ຽວ​ຂອງ​ແຂວງ. ປະຕິບັດ​ແຜນ​ຮ່າງ ​ເປັນ​ຢ່າງ​ດີ, ອະນຸລັກ​ຮັກສາ​ການ​ພັດທະນາ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ຮອດ​ປີ 2020 ​ເຊິ່ງທ່ານ​ນາຍົກ​ລັດ​ຖະມົນຕີ ​ໄດ້ອະນຸມັດ​ຜ່ານ​ແລ້ວ, ​ໃນ​ນັ້ນ​ສຸມ​ໃສ່​ອະນຸລັກ​ຮັກສາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ງານ​ບຸນ, ​ທຳນອງ​ເພງ​ພື້ນ​ເມືອງ,​ ຮີດຄອງ​ປະ​ເພນີ, ພາສາ, ວັດທະນະທຳ​ອາຫານ​ການ​ກິນ, ການ​ລະ​ຫຼີ້ນພື້ນ​ເມືອງ”

        ງານ​ບຸນ​ລົ່ງຕົງ ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ບຸນລົງ​​ໄຮ່ໄຖ​ນາ ດ້ວຍ​ຄວາມ​ໝາຍ​ພາວະນາ​ຂໍ​ໃຫ້​ວຽກ​ໄຮ່​ການ​ນາ​ໄດ້​ຮັບ​ຜົນ​ດີ ​ແລະ ​ການ​ລະ​ຫຼີ້ນ​ພື້ນ​ເມືອງຕ່າງໆ.​.​​.​

ຂ່າວ/ບົດ​ອື່ນ