ງານບຸນValentineຕ້ອນຮັບລະດູບານໃໝ່ 2015

ງານບຸນValentineຕ້ອນຮັບລະດູບານໃໝ່ 2015 - ảnh 1

(vovworld) ວັນ Valentine 14/2 ຂອງ​ທຸກ​ປີ ​ໄດ້​ກາຍ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ສຳ​ລັບ​ຄູ່​ຍິງ - ຊາຍ​ຢູ່​ໃນ​ໂລກ​ເວົ້າ​ລວມ ​ແລະ ຢູ່​ຫວຽດນາມ​ເວົ້າ​ສະ​ເພາະ. ຢູ່​ຮ່າ​ໂນ້ຍ, ງານ​ບຸນ Valentine ຕ້ອນຮັບ​ລະດູບານ​ໃໝ່ 2015 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 13/2, ອັນ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ຫງວຽນ​ແທງ​ຫາຍ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Heartlink, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເຫດການ​ນີ້​ໃຫ້​ຮູ້​ວ່າ:

ລາຍການ “ງານ​ບຸນ Valentine ຕ້ອນຮັບ​ລະດູບານ​ໃໝ່ 2015 “ຸມ່ງ​ໄປ​ເຖິງ​ທຸກ​ຄົນ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຮ່າ​ໂນ້ຍ. ຜ່ານ​ລາຍການ, ທຸກ​ຄົນ​ທັງ​ຜູ້ເຖົ້າ​ ​ແລະ ຜູ້​ໜຸ່ມ​ລ້ວນ​ແຕ່​ສະຫງວນ​ອາລົມ​ຈິດ, ຄວາມ​ຮັກ​ແພງ​ໃຫ້​ກັນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ລາຍການ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້ຜູ້​ເຂົ້າຮ່ວມ​ທຸກ​ຄົນ“.

​ເຂົ້າ​ຮ່ວມ​ງານ​ບຸນ​ໃນ​ປີ​ນີ້, ທຸກ​ຄົນ​ຈະ​ໄດ້​ເຈືອ​ຈານ​ໃນບັນຍາກາດ​ທຳ​ມະ​ຊາດ​ເມື່ອ​ຢ້ຽມຢາມ​ເຂດ​ສວນ Valentine ດ້ວຍ​ຫົວ​ໃຈ​ເປັນ​ດອກ​ກຸຫຼາບ, ຂົວ​ ​ແລະ ສ່ວນ ແຫ່ງ​ຄວາມ​ຮັກ. ງານ​ບຸນ​ຍັງ​ສ້າງ​ຄວາມ​ຟົດ​ຟື້ນ​ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ. ​ເພື່ອນ ລື​ວຫື້​ວລອງ, ນັກ​ສຶກສາ​ປີ​ທີ 3, ສະ​ຖາ​ບັນ​ເຕັກນິກ​ການ​ທະຫານ, ​ແບ່ງປັນ​ວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ, ​ເພາະວ່າ​ມັນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັກ​ລະຫວ່າງ​ຄູ່​ບ່າວ​ສາວ​ເທົ່າ​ນັ້ນ, ຫາກ​ Valentine ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນສະ​ແດງ​ອາລົມ​ຈິດ​ຄວາມ​ຮັກຂອງ​ຕົນ​ນຳ​ກັນອີກ​ດ້ວຍ“.

 

ຂ່າວ/ບົດ​ອື່ນ