ງານບຸນກາເຟ ບວນມາທວດ ຄັ້ງທີ 4 ປີ 2013

ງານບຸນກາເຟ ບວນມາທວດ ຄັ້ງທີ 4 ປີ 2013 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີ​ນ
ກ່າວ​ຄຳ​ເຫັນ​ພິທີ
(ພາບ: lehoicaphe.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 09/03/2013, ຢູ່ສະໜາມ​ຫຼວງ 10/3 ນະຄອນ​ບວນມາ​ທວດ ​ໄດ້​ດຳ​ເນີນ​ງານ​ບຸນ​ກາ​ເຟ ຄັ້ງ​ທີ 4 ປີ 2013 ດ້​ວຍຫົວ​ຂໍ້​ວ່າ “ສີສັນ​ເຂດ ພູ​ພຽງ” ​ເຊິ່ງລວມມີ​ລາຍການ​ວັດທະນະທຳ, ສີ​ລະ​ປະ​ທີ່ພົ້​ນເດັ່ນດ້ວຍ​ຫົວ​ຂໍ້​ກ່ຽວ​ກັບ​ຕົ້ນ​ກາ​ຟ, ຮີດຄອງ​ປະ​ເພນີ, ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ບັນດາ​ເຜົ່າ​ແຂວງ ດັກ​ລັກ ​ເວົ້າ​ລວມ ​ແລະ ​ເຂດ  ​ໄຕ​ຫງວຽນ ​ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນທຽນ​ເຍີນ ຢືນຢັນ​ວ່າ ງານ​ບຸນ​ກາ​ເຟປີ​ນີ້ ​ແມ່ນ​ເພື່ອ​ແນ​​ໃສ່ສົງ​ເສີມ​ຜູ້​ປູກ​ກາ​ເຟ​ ຕາມ​ທິດ​ພັດທະນາ​ກາ​ເຟສະອາດ, ​ໃກ້​ສິດ​ກັບ​ສິງ​​ແວດ​ລ້ອມ, ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຊອກ​ຫາ​ຕະຫຼາດ​ສົ່ງອອກ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີ​ນ ຢືນຢັນ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ອຸດສາຫະກຳ​ການ​ຄ້າ ພ້ອມ​ກັບ​ບັນ​ດາ​ນັກວິທະຍາສາດ, ວິ​ສາ​ຫະກິດ ​ແລະ ​ແຂວງ​ຕ່າງໆ​ທີ່​ປູກ​ຕົ້ນກາ​ເຟ ຈົ່ງສົມທົບ​ກັນພິຈາລະນາ ​ແລະ ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ກ່ຽວ​ກັບ​ຄວາມ​ສາມາດສ້າງ​ແຜນ​ການພັ​ດທະ​ນາ​ຕົ້ນ​ກາ​ເຟ​ ​ແມ່ນ​ຜະລິດ​ຕະພັນ​ລະ​ດັບ​ຊາດ, ຂະ​​ແໜງ 1 ທີ່​ນຳ​ໃຊ້​ທີ່​ດິນເກືອບ 1 ລ້ານ​ກວ່າ ​​ແຮັກຕາ ​ແລະ ຄົນ​ງານ​ກວ່າ 1 ລ້ານ​ຄົນ ​ແລະ ມີປະລິມານ​ຜະລິດ​ກາ​ເຟ​ເພື່ອ​ສົ່ງ​ອອກ​ຍື່ນອັນ​ດັບ 2 ຂອງ​ໂລກ ​ເພື່ອ​ສ້າງ​ຕັ້ງ​ຂະ​ແໜງ​ອຸດສາຫະກຳ​ກາ​​ເຟຫວຽດນາມ ມີ​ປະສິດທິ​ຜົນ​ສູງ ​ແລະ ພັ​ທະນາ​ຢ່າ​ງໝັ້ນຄົງ.”

ຂ່າວ/ບົດ​ອື່ນ