ງານບຸນດົນຕີເອເລັກໂຕນິກ Danang Electronic Carnival

(VOVWORLD) - ດ້ວຍຫົວຂໍ້ວ່າ “Let your color glow”, ໂຄງການຈະນຳມາເຊິ່ງຄ່ຳຄືນດົນຕີທີ່ສຸດຍອດ ດ້ວຍການປະກອບສ່ວນຂອງບັນດາ DJ ທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ງານບຸນດົນຕີເອເລັກໂຕນິກ Danang Electronic Carnival - ảnh 1ງານບຸນໄດ້ຈັດຂຶ້ນຢູ່ ຢູ່ສວນສາທາລະນະ ບຽນດົງ, ນະຄອນ ດານັ້ງ ໃນວັນທີ 7 ກໍລະກົດ
(ພາບ:TTXVN )

ທີ່ການຖະແຫຼງຂ່າວໃນຕອນບ່າຍວັນທີ 3 ກໍລະກົດ, ທ່ານນາງ ຮວິ່ງງອັກຮ່ວຽນ, ຜູ້ຕາງໜ້າບໍລິສັດສື່ສານ ຟອງວຽດ, ໃຫ້ຮູ້ວ່າ: ຄ່ຳຄືນວັນທີ 7 ກໍລະກົດ, ຢູ່ສວນສາທາລະນະ ບຽນດົງ, ນະຄອນ ດານັ້ງ, ຈະດຳເນີນງານບຸນດົນຕີເອເລັກໂຕນິກ Danang Electronic Carnival.

        ດ້ວຍຫົວຂໍ້ວ່າ “Let your color glow”, ໂຄງການຈະນຳມາເຊິ່ງຄ່ຳຄືນດົນຕີທີ່ສຸດຍອດ ດ້ວຍການປະກອບສ່ວນຂອງບັນດາ DJ ທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

        ນີ້ແມ່ນຄັ້ງທີ 3 ງານບຸນໄດ້ຈັດຂຶ້ນ ແລະ ແມ່ນໜຶ່ງໃນບັນດາເຫດການດົນຕີທີ່ຫາຍາກເຊິ່ງຈັດຂຶ້ນຢູ່ ດານັ້ງ ໂດຍໄດ້ເຕົ້າໂຮມນັກສີລະປະປິນສາກົນເປັນຈຳນວນຫຼາຍ. Danang Electronic Carnival ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ