ງານບຸນດອກຊາກຸລະ ຢູ່ຮ້າລອງ 2016 ຈະຖືກໄຂຂຶ້ນໃນວັນທີ 18/03

ງານບຸນດອກຊາກຸລະ ຢູ່ຮ້າລອງ 2016 ຈະຖືກໄຂຂຶ້ນໃນວັນທີ 18/03 - ảnh 1
ງານບຸນດອກຊາກຸລະ ຢູ່ຮ້າລອງ 2016 ຈະຖືກໄຂຂຶ້ນໃນວັນທີ 18/03
(ພາບ​ປະ​ກອບ)

(vovworld) –​ ງານ​ບຸນດອກ​ຊາ​ກູ​​ລະ ຮ້າ​ລອງ 2016 ດ້ວຍ​ຫົວ​ຂໍ້​ວ່າ “ການເຊື່ອມ​ໂຍງ - ຮ່ວມ​ມື ແລະ ພັດ​ທະ​ນາ” ຈະ​ຖືກ​ໄຂ​ຂຶ້ນ​ໃນ​ເວ​ລາ 20 ໂມງ​ຂອງວັນ​ທີ 18/03 ຢ​ູ່​ນະ​ຄອນ​ຮ້າ​ລອງ. ງານ​ບຸນ​ຈະ​ຖືກ​ດ​ຳ​ເນີນ​ຮອດ​ເວ​ລາ 21 ໂມງ 30 ນາ​ທີ, ວັ​ນ​ທີ 21/03. ຈຸດ​ໃໝ່​ໃນ​ງານ​ບຸນ​ປີນ​ີ້​ແມ່ນ​ພິ​ທີ​ໄຂ​ງານ​ບຸນ ແລະ ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຫວຽດ​ນາມ - ຍີ່​ປຸ່ນ, ດ້ວຍ​ບັນ​ດາ​ນັກ​ສິ​ລະ​ປີນ​ທີ່ມ​ີ​ຊື່​ສຽງ​ຂອງ​ຫວຽດ​ນາມ ແລະ ຍີ່​ປຸ່ນ; ມີ​ຮ້ານ​ວາງ​ສະ​ແດງ 40 ຮ້ານ ທີ່​​ແນະ​ນຳ ແລະ ວາງ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​, ການ​ຄ້າ, ວັດ​ທະ​ນ​ະ​ທຳ, ອາ​ຫານ​ການ​ກິນ… ຂອງ​ຫວຽດ​ນາມ ແລະ ຍີ່​ປຸ່ນ. ນອກ​ຈາກນັ້ນ, ໃນ​ຂອບ​ເຂດ​​ງານ​ບຸນ​ຍັງ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ​ຄື: ຈັດ​ຕັ້ງ​ກອງ​ປະ​ຊຸມ​​ການ​ຮ່ວມ​ມືສົ່ງ​ເສີມ​ ແລະ ​ລົງ​ທຶນ​ພັດ​ທະ​ນາ​ດ້ານການ​ທ່ອງ​ທ່ຽວ, ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ; ​ແນະ​ນຳ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ​ອ່າວ​ຮ້າ​ລອງ. ງານ​ບຸ​ນ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ມີດ​ຕະ​ພາບ​ລະ​ຫວ່າງ​ແຂວງກວາງ​ນິງ ແລະ ທ້ອງ​ຖິ່ນ​ຕ່າງໆ, ອົງ​ການ​ຈັດ​ຕັ້ງ, ສະ​ຫ​ະສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ຂອງ​ຍີ່​ປຸ່ນ... ຜ່ານນັ້ນ, ເພີ່ມ​ທະ​ວີການ​ຮ່ວມ​ມື, ສົ່ງ​ເສີມ​ການ​ລົງ​ທຶນ​ດ້ານ​ການ​ທ່ອງ​ທ່ຽວ​, ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ  ແລະ ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ