ງານບຸນຕັ້ງຄ້າຍທີ່ເປັນມູນເຊື້ອນັກຮຽນ-ນັກສຶກສາດຳເນີນໄປຢ່າງຟົດຟື້ນ

ງານບຸນຕັ້ງຄ້າຍທີ່ເປັນມູນເຊື້ອນັກຮຽນ-ນັກສຶກສາດຳເນີນໄປຢ່າງຟົດຟື້ນ - ảnh 1
ງານ​ບຸນ​ຕັ້ງ​ຄ້າຍ​ທີ່​ເປັນ​ມູນ​ເຊື້ອ​ຂອງນັກ​ຮຽນ - ນັກ​ສຶກ​ສາ ຄັ້ງ​ທີ 8 ປີ 2014
(ພາບ​ປະ​ກອບ)

(vovworld) –  ​​ຕອນ​ເຊົ້າ​ວັນ​ທີ 6/1, ຂະ​ແໜງ​ສຶກ​ສາ - ບຳ​ລຸງ​ສ້າງ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ງານ​ບຸນ​ຕັ້ງ​ຄ້າຍ​ທີ່​ເປັນ​ມູນ​ເຊື້ອ​ຂອງນັກ​ຮຽນ - ນັກ​ສຶກ​ສາ ຄັ້ງ​ທີ 9 ຢູ່ 8 ​ກຸ່ມ​ຄ້າຍ​ໃນ​ທົ່ວ​ນະ​ຄອນ. ງານ​ບຸນ​ຕັ້ງ​ຄ້າຍ​ປີນີ້​ດຶງ​ດູດ​ນັກ​ຮຽນ​, ນັກ​ສຶກ​ສາ 12.000 ຄົນເຂົ້າ​ຮ່ວມ.

        ດ້ວ​ຍ​ຫົວ​ຂໍ້​ວ່າ “ເອກ​ອ້າງ​ທະ​ນົງ​ໃຈ 40 ປີ​ເປັນ​ນັກ​ຮຽນ​ນະ​ຄອນ​ມີ​ຊື່​ລຸງ​ໂຮ່”, ງານ​ບຸນ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສິ​ລ​ະ​ປະ, ພົບ​ປະ​ແລກ​ປ່ຽນ, ການ​ລະຫຼິ້ນ​ລວມ​ໝູ່… ງານ​ບຸນຕັ້ງ​ຄ້າຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫຍ່​ເພື່ອ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ນັກ​ຮຽນ - ນັກ​ສຶກ​ສາ (9/1) ແລ​ະ ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮ​ມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4). ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ບຸນ​ຕັ້ງ​ຄ້າຍ, ທ່ານ ເຮື໋ອງອກ​ທ້​ວນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ຊີ້​ແຈ້ງວ່າ:

        “ຈຸດ​ປະ​ສົງ​ຂອງ​ງານ​ບຸນ​ຕັ້ງ​ຄ້າຍ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສະ​ຫລຸບ​ບັນ​ດາ​ຜົນ​ງານ​ເຊິ່ງ​ພວກ​ນ້ອງ​ນັກ​ຮ​ຽນ​ຂອງ​ນະ​ຄອນ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ທັງ​​ແມ່ນ​ໂອ​ກາ​ດ​ເພື່ອ​ໃຫ້​ພວກ​ນ້ອງ​ໄດ້​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຮ່ຳ​ຮຽນ, ຝຶກ​ອົບ​ຮົມ, ລະ​ຫຼິ້ນ ແລະ ມີ​ເພື່ອນ​ມິດ​ຕື່ມ​ອີກ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ຂອງ​ຂະ​ແໜງ​ສຶກ​ສາ - ບຳ​ລຸງ​ສ້າງ​ນະ​ຄອນ.”

        ເນື່ອງ​ໃນ​ໂອກ​າດນີ້, ຂະ​ແໜງ​ສຶ​ກ​ສາ - ບຳ​ລຸງ​ສ້​າງ ນະ​ຄອນກໍ່​ໄດ້​ຈັດ​ຕັ້ງ​ການ​ຍ້ອງຍ​ໍ, ສັນ​ລະ​ເສີນ ແລະ ມອບ​ທຶນ​ສຶກ​ສາ​ໃຫ້​ນັກ​ຮຽນ​ດີ​ເດັ່ນ 204 ຄົນ.


ຂ່າວ/ບົດ​ອື່ນ