ງານບຸນ“ນະຄອນໂຮ່ຈິມີນ-ການພັດທະນາແລະເຊື່ອມໂຍງເຂົ້າກັບສາກົນ”ປີ 2015

ງານບຸນ“ນະຄອນໂຮ່ຈິມີນ-ການພັດທະນາແລະເຊື່ອມໂຍງເຂົ້າກັບສາກົນ”ປີ 2015 - ảnh 1
ນະ​ຄອ​ນ​ໂຮ່​ຈິ​ມີນ
ພາບ:doisongphapluat

(vovworld)-  ງານ​ບຸນ “ນະ​ຄອນ​ໂຮ່​ຈິ​ມີນ-ການ​ພັດ​ທະ​ນາ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ” ປີ 2015 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວ​ັນ​ທີ 10/9 ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນ​ດາ​ອົງ​ການ​ການ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​, ວິ​ສາ​ຫະ​ກິດ​ຮ່ວມ​ທຸ​ລະ​ກິດ ແລະ ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ນັກ​ຮຽນ, ນັກ​ສຶກ​ສາ​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເຮືອງອກ​ທ້ວນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກນ​ປະ​ຊາ​ຊົນ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ: ງານ​ບຸນ ແມ່​ນ​ເຫດ​ການ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ພົບ​ປະ​ແລກ​ປ່ຽນ, ຊອກ​ຮູ້ ແລະ ເຊື່ອມ​ຕົວ​ກັບ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ນະ​ຄອນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ປະ​ເທດ ແນະ​ນຳ ແລະ ໂຄ​ສະ​ນາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສີ​ສັນ​​ຂອງ​ປະ​ເທດ​ຕົນມາ​ໃຫ້​ນະ​ຄອນ​ໂຮ່​ຈິ​ມີນ ພ້ອມ​ທັ​ງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ງາ​ນ​ບຸນ ດຳ​ເນີນ​ຮອດວັນ​ທີ 13/9 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຄື: ງານ​ວາງ​ສະ​ແດງ “ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ- ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”, ວາງ​ສະ​ແດງ​ຊຸ​ດ​ອາ​ພອນ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຂດ, ພາກ, ຮ້ານ​ອາ​ຫານ​ການ​ກິນ ​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ ໂດຍ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດປະ​ຕິ​ບັດ; ການ​ແຂ່​ງ​ຂັນ​ແຕ່ງ​ກິນ​ “ເຍື່ອງ​ອາ​ຫານ​ຫວຽດ​ນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ