ງານບຸນປຶ້ມຮ່າໂນ້ຍ2015ປະກອບສ່ວນເຊີດຊູບັນດາມໍລະດົກຂອງນະຄອນຫຼວງ

ງານບຸນປຶ້ມຮ່າໂນ້ຍ2015ປະກອບສ່ວນເຊີດຊູບັນດາມໍລະດົກຂອງນະຄອນຫຼວງ - ảnh 1
ງານບຸນປຶ້ມຮ່າໂນ້ຍ 2015 ປະກອບສ່ວນ
ເຊີດຊູບັນດາມໍລະດົກຂອງນະຄອນຫຼວງ
(ພາບ: cand)


(vovworld) - ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2015 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/9 ຢູ່​ພະລາດ​ຊະ​ວັງ​ທັງ​ລອງ, ​ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ “ປຶ້ມ​ແລະ​ມໍລະດົກ“. ​ເຂົ້າ​ຮ່ວມງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2015, ມີ 167 ຮ້ານ​ວາງສະ​ແດງ​ຂອງ 55 ຫົວໜ່ວຍ, ດ້ວຍ​ປຶ້ມ 20.000 ກວ່າ​ຫົວ, ​ປະກອບດ້ວຍ​ຫຼາຍ​ປະ​ເພດທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ. ປີ​ນີ້​ງານວາງສະ​ແດງ​ປຶ້ມຖືກ​ຈັດ​ວາງ​ຕາມ 3 ຫົວ​ຂໍ້​ສະ​ເພາະ: “ພັກ ​ແລະ ປະທານ ​ໂຮ່ຈິ​ມິນ“; “ປິ​ຕຸ​ພູມ ​ແລະ ທະ​ເລ​ເກາະ“; “ຮ່າ​ໂນ້ຍ - ນະຄອນຫຼວງ​ແຫ່ງ​ອະລິຍະ​ທຳ, ວິລະ​ຊົນ, ​ເພື່ອ​ສັນຕິພາບ“. ທ່ານ ​ໂຮ່ວັນ​ເຫົ້າ, ຊາວ​ເມືອງ​ເກົ່າ​ໄຢ໋, ຮ່າ​ໂນ້ຍ, ຜູ້​ມາ​ຢ້ຽມຢາມງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2015, ​ແບ່ງປັນ​ວ່າ:

“ນີ້​ແມ່ນ​ເທື່ອ​ທີ 2 ທີ່​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ. ຂ້າພະ​ເຈົ້າ​ຢາກ​ມາ​ຢ້ຽມຢາມ​ໃນ​ວັນ​ໄຊ​ງານ​ບຸນ ​ແລະ ຫຼັງ​ຈາກ​ນັ້ນ​ຍັງ​ສືບ​ຕໍ່​ມາ​ທ່ຽວ​ຊົມ​ຕື່ມອີກ. ງານ​ບຸນ​ປຶ້ມ​ ​ໄດ້​ປຸກລຸກ​ຄວາມ​ເມົາ​ມົວ​ອ່ານ​ປຶ້ມ ​ແລະ ວັດທະນະທຳ​ອ່ານ​ປຶ້ມ. ປີ​ນີ້​ຂ້າພະ​ເຈົ້າ​ເຫັນ​ວ່າ​ງານ​ບຸນ​ມີ​ຂອບ​ຂະໜາດ​ກວ້າງ​ກວ່າ, ວາງສະ​ແດງ​ງາມ​ຕາ, ມີ​ວິທະຍາສາດກວ່າ, ​ເຮັດ​ໃຫ້​ຜູ້​ອ່ານ​ຊອກ​ຫາ​ປຶ້ມ​​ໄດ້ງ່າຍ​ກວ່າ“

ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2015 ຈະ​​ເປີດ​ເຖິງ​ວັນ​ທີ 5/10/2015.

ຂ່າວ/ບົດ​ອື່ນ