ງານບຸນລົງໄຮ່ໄຖນາ - ດ້ອຍເຊີນ ປີ2014

ງານບຸນລົງໄຮ່ໄຖນາ - ດ້ອຍເຊີນ ປີ2014 - ảnh 1
ທ່ານນາງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມງານບຸນ
(ພາບ: Tiến Dũng/Kiến Thức)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/2, ຢູ່​ທົ່ງ​ນາ​ຕາ​ແສງ ດ້ອຍ​ເຊີນ, ​ເມືອງ ຢູຍຕຽນ, ​ແຂວງ ຮ່າ​ນາມ ​ໄດ້​ດຳ​ເນີນ​ງານ​ບຸນ​ລົງ​ໄຮ່​ໄຖ​ນາ - ດ້ອຍ​ເຊີນ​ປີ 2014. ນີ້​ແມ່ນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ບຸນ​ລົງ​ໄຮ່​ໄຖ​ນາ, ຂໍ​ໃຫ້ອາກາດໃນ​​ປີ​ໃໝ່​ເອື້ອອຳນວຍ​ຄວາມ​ສະດວກ, ລະດູ​ການ​ໄດ້​ຮັບ​ຜົນ​ດີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ແລະ ການ​ນຳ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການສູນ​ກາງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ. ​ງານ​ບຸນ​ລົງ​ໄຮ່​ໄຖ​ນາ - ດ້ອຍ​ເຊີນ​ປີນີ້​ໄດ້​ຮັບ​ການຈັດ​ຕັ້ງຕິ​ດພັນ​ກັບ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ ຮ່າ​ນາມ. ພາຍຫຼັງ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ ຮ່າ​ນາມ ​ໄດ້​ກໍ່ສ້າງ​ທາງ​ຄົມມະນາຄົມ​ມີ​ຄວາມ​ຍາວ​ກ່ວາ 1.800 ກມ.​​.​.

    ພາ​ຍຫຼັງ​ພິທີ​ແຮ່ແຜ່ນໄມ້ບູຊາທີ່ຄວັດຊື່ຂອງ​ເຈົ້າ​ຊີວິດ ​ເລ​ດ້າຍ​ແຮ່ງ ຈາກ​ວັດ​ດ້ອຍ​ລົງ​ເຂດ​ດຳເນີນ​ງານ​ບຸນ, ພິທີ​​ລົງ​ໄຮ່​ໄຖ​ນາ ​ໄດ້​ຮັບ​ການ​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ.​.​. ທ່ານ ຫງວຽນ​ວັນ​ຮູ່ງ, ປະຊາຊົນ​ຢູ່​ແຂວງ ຮ່າ​ນາມ, ​ໃຫ້​ຮູ້​ວ່າ​:

    “ງານ​ບຸນ​ນີ້​ແມ່ນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຫວັງ​ວ່າ​ງານ​ບຸນ​ນີ້​ໄດ້​ຮັບ​ການ​ຮັກສາໄວ້​ເປັນ​ປະຈຳ, ຜ່ານ​ນັ້ນ​ປຸກລະດົມ​ພວກ​ຂ້າພະ​ເຈົ້າກໍ່​ສ້າງບ້ານ​ເກີດ​ເມືອງ​ນອນ ຊົນນະບົດ​ໃໝ່​ໃຫ້ນັບ​ມື້​ນັບ​ພັດທະນາ.”

 

ຂ່າວ/ບົດ​ອື່ນ