ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ

(VOVWORLD) - ຮອບຊິງຊະນະເລີດດ້ວຍການເຂົ້າຮ່ວມຂອງເດັກນ້ອຍໃນເກັນອາຍຸແຕ່ 5-15 ປີລວມ 70 ຄົນ ຊື່ງໄດ້ສະແດງຊຸດສະສົມເສື້ອຍາວຕ່າງໆທີ່ມີຫົວເລື່ອງ “ມຸ່ງໄປສູ່ເກົາເຄົ້າເຫງົ້າກໍ”.
ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ - ảnh 1

 ນາງແບບເດັກສະແດງຊຸດເສື້ອຍາວຂອງນັກອອກແບບ (ພາບ: TTXVN)

   ງານບຸນເສື້ອຍາວໄວເດັກຫວຽດນາມ ຄັ້ງທີ 1 ແລະ ຮອບຊິງຊະນະເລີດງານປະກວດ “ທູດເສື້ອຍາວໄວເດັກຫວຽດນາມ ປີ 2022” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 4 ກັນຍາ ຢູ່ນະຄອນຫວຽດຈີ່ ແຂວງຝູເທາະ.

  ຮອບຊິງຊະນະເລີດດ້ວຍການເຂົ້າຮ່ວມຂອງເດັກນ້ອຍໃນເກັນອາຍຸແຕ່ 5-15 ປີລວມ 70 ຄົນ ຊື່ງໄດ້ສະແດງຊຸດສະສົມເສື້ອຍາວຕ່າງໆທີ່ມີຫົວເລື່ອງ “ມຸ່ງໄປສູ່ເກົາເຄົ້າເຫງົ້າກໍ”. ໃນຄ່ຳຄືນຊິງຊະນະເລີດ ຍັງມີການເຂົ້າຮ່ວມຂອງນາງແບບເດັກມືອາຊີບທີ່ມາຈາກທຸກເຂດພາກໃນທົ່ວປະເທດ.

  ສິ້ນສຸດລາຍການ, ຄະນະຈັດຕັ້ງໄດ້ມອບໃບຢັງຢືນ, ມອບຂອງຂວັນໃຫ້ top 20,  top 10 ທູດເສື້ອຍາວໄວເດັກຫວຽດນາມ; ເຊີດຊູທູດເສື້ອຍາວໄວເດັກຫວຽດນາມ 6 ຄົນ./.

ຕອບກັບ

ຂ່າວ/ບົດ​ອື່ນ