ງານບຸນແທ່ງຕວຽນ 2022 ຈັດຕັ້ງຢ່າງຟົດຟື້ນ

(VOVWORLD) - ຈຸດສຸມຂອງງານບຸນປີນີ້ແມ່ນ ຄ່ຳຄືນແທ່ງ ຕວຽນ ດ້ວຍຫົວຂໍ້ວ່າ “ຄ່ຳຄືນແທ່ງ ຕວຽນ ທີ່ຫຼາກຫຼາຍສີສັນ”, ໃນນັ້ນມີງານບຸນໂຄມໄຟໃຫຍ່ທີ່ສຸດຢູ່ ຫວຽດນາມ ປະກອບດ້ວຍ 62 ຮູບແບບໂຄມໄຟບຸນໄຫວ້ພະຈັນທີ່ມີຮູບສັດຫຼາຍໂຕ.
ງານບຸນແທ່ງຕວຽນ 2022 ຈັດຕັ້ງຢ່າງຟົດຟື້ນ - ảnh 1ໂຄມໄຟຫຼາຍຮູບດ້ວຍຂອບຂະໜາດໃຫຍ່ໃນງານບຸນ (ພາບ:TTXVN)

ຕອນຄ່ຳວັນທີ 4 ກັນຍາ ໄດ້ໄຂງານບຸນ ແທ່ງຕວຽນ ປີ 2022 ຢູ່ນະຄອນ ຕວຽນກວາງ ຢ່າງຟົດຟື້ນ. ພາຍຫຼັງ 2 ປີຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ -19, ງານບຸນແທ່ງຕວຽນ ປີ 2022 ໂດຍແຂວງ ຕວຽນກວາງ ໄດ້ຈັດຕັ້ງຄືນໃໝ່ ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຖືກດຳເນີນໄປໃນຕະຫຼອດເດືອນ ກັນຍາ 2022, ກາຍເປັນຈຸດພົ້ນເດັ່ນດຶງດູດແຂກທ່ອງທ່ຽວໃນທົ່ວປະເທດ.

        ຈຸດສຸມຂອງງານບຸນປີນີ້ແມ່ນ ຄ່ຳຄືນແທ່ງ ຕວຽນ ດ້ວຍຫົວຂໍ້ວ່າ “ຄ່ຳຄືນແທ່ງ ຕວຽນ ທີ່ຫຼາກຫຼາຍສີສັນ”, ໃນນັ້ນມີງານບຸນໂຄມໄຟໃຫຍ່ທີ່ສຸດຢູ່ ຫວຽດນາມ ປະກອບດ້ວຍ 62 ຮູບແບບໂຄມໄຟບຸນໄຫວ້ພະຈັນທີ່ມີຮູບສັດຫຼາຍໂຕ.

        ອົງການ Guiness ຫວຽດນາມ ໄດ້ຮັບຮອງງານບຸນນີ້ແມ່ນຄ່ຳຄືນ ແທ່ງຕວຽນ ມີຫຼາຍຮູບແບບໂຄມໄຟທີ່ເປັນເອກະລັກສະເພາະດ້ວຍຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ