ງານບຸນໂຄສະນາວັດທະນະທຳ ຫວຽດນາມ ຢູ່ລາຊະອານາຈັກອັງກິດ

ງານບຸນໂຄສະນາວັດທະນະທຳ ຫວຽດນາມ ຢູ່ລາຊະອານາຈັກອັງກິດ - ảnh 1

(ພາບປະກອບ:thoibaonganhang.vn)

(vovworld)- ​​ໃນ​ຂ​ອບ​ເຂດ​ລາຍການສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງ ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ລາຊະ​ອານາຈັກອັງກິດ ​ແລະ ​ໄອ​ແລນ​ເໜືອ (1973-2013), ວັນ​ທີ 23/6, ຢູລອນ​ດອນ, ​ໄດ້​ໄຂ​ງານ​ບຸນ​ຫວຽດນາມ ຢູ່​ກາງ​​ແຈ້ງ​ໂດຍ​ສະມາຄົມວັດທະນະທຳ, ສິລະ​ປະ​ຫວຽ​ດນາມ​ ຈັດຕັ້ງຂຶ້ນ ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ສະຖານທູດ​ຫວຽດນາມ ປະຈຳລາຊະ​ອານາຈັກອັງກິດ ​ແລະ ​ໄອ​ແລນ​ເໜືອ. ​ເຂົ້າຮ່ວມ​ເຫດການ​ສຳຄັນ​ດັ່ງກ່າວ​ມີ​ທ່ານ​ຫວູ໋ກວາງ​ມິ​ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳລາຊະ​ອານາຈັກອັງກິດ ​ແລະ ​ໄອ​ແລນ​ເໜືອ, ທ່ານ​ປະທານ​ບໍລິຫານເຄືອ​ຂ່າຍ​ບັນດາ​ເພື່ອນ​ມິດຂອງ​ຫວຽດນາມ Ben Chapman, ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ອັງກິດ-​ຫວຽດນາມ Len Aldis, ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ, ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ມະຫາ​ວິທະຍາ​ໄລ​ໃຫ່ຍຈຳນວນ​ໜຶ່ງ​ຢູ່​ລອນ​ດອນ ກໍ່​ຄື​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ອັງກິດ ພ້ອມ​ດ້ວຍນັກຮຽນ​ນັກ​ສຶກສາ​ຫວຽດນາມ ຢູ່ອັງກິດ ​ເປັນ​ຈຳນວນ​ຫລາຍ. ງານ​ບຸນ​ດຳ​ເນີນ​ໄປ​ໃນ​ວັນ​ທີ 23-24/6 ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ 40 ຮ້ານ ຊື່​ງ​ໄດ້​ແນະນຳບັນດາ​ຈຸດ​ພິ​ເສດສະ​ເພາະ​ຂອງ​ສິລະ​ປະ, ວັດທະນະທຳ, ຊຸດ​ອາພອນ, ອາຫານ​ການ​ກິນ ​ແລະ ​ດົນຕີ​ຫວຽດນາມ​ ກັບ​ແຂກ​ທ່ອງ​ທ່ຽວ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ອັງກິດ. ຄຽງ​ຂ້າງ​ການ​ໂຄສະນາ​ວັດ​ທະນະ​ທຳ ​ແລະ ສິລະ​ປະ​ອາຫານ​ການ​ກິນ, ບັນດາ​ບໍລິສັດ​ຫວຽດນາມ ​ໄດ້​ແນະນຳ​ກັບ​ເພື່ອນ​ມິດ​ສາກົນ​ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ​ຄື: ​ເຄື່ອງປັ້ນ, ​ເຄືອບ​ດິນ​ເຜົາ, ​ແພ​ໄໝ…

 

 

 

ຂ່າວ/ບົດ​ອື່ນ