ງານປະກວດສຽງເພງ ອາຊຽນ + 3: ຊອກຫາຜູ້ໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນ ປະຊາຄົມ ອາຊຽນ

(VOVWORLD) -   ງານປະກວດສຽງເພງ ອາຊຽນ + 3 ປີ 2019 ແມ່ນແຂ່ງຂັນສະຫງວນໃຫ້ບັນດານັກຮ້ອງໜຸ່ມອາຊີບໃນການຂັບຮ້ອງບັນດາບົດເພງ Pop ທີ່່ມີອາຍຸແຕ່ 18 – 35 ປີ, ມາຈາກ 10 ປະເທດ ອາຊຽນ ເຊິ່ງຈະຖືກດໍາເນີນໃນລະຫວ່າງວັນທີ 26 – 29 ກໍລະກົດ, ຢູ່ນະຄອນ ຮ້າລອງ, ແຂວງກວາງນິງຂອງຫວຽດນາມ. 
ງານປະກວດສຽງເພງ ອາຊຽນ + 3: ຊອກຫາຜູ້ໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນ ປະຊາຄົມ ອາຊຽນ - ảnh 1ການຖະແຫຼງຂ່າວ ແນະນໍາກ່ຽວກັບ ງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 22 ກໍລະກົດ 

ຄະນະກໍາມະການໄດ້ຄັດເລືອກເອົາ 22 ນັກຮ້ອງທີ່ດີເດັ່ນກວ່າໝູ່ ເພື່ອພ້ອມກັນແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ເຊິ່ງຈະຖືກຈັດຂຶ້ນໃນວັນທີ 27 – 28 ກໍລະກົດ. ນີ້ແມ່ນຂ່າວຄາວທີ່ໄດ້ປະກາດໃນການຖະແຫຼງຂ່າວ ແນະນໍາກ່ຽວກັບ ງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 22 ກໍລະກົດ.

        ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານປະກວດຄັ້ງນີ້ ໃຫ້ຮູ້ວ່າ:

        “ວິທະຍຸກະຈາຍສຽງຫວຽດນາມ ຢາກຈັດຕັ້ງເວທີປາໄສແລກປ່ຽນວັດທະນະທໍາຂອງບັນດາປະເທດ ອາຊຽນ ຜ່ານສຽງເພງ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ ເວົ້າສະເພາະ ແລະ ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດຂອງຫວຽດນາມ ພາຍໃນກຸ່ມ ອາຊຽນ ເວົ້າລວມ. ງານປະກວດສຽງເພງ ອາຊຽນ +3 ມີຄວາມໝາຍແທດຈິງຫຼາຍຢ່າງ ບໍ່ພຽງແຕ່ກ່ຽວກັບດ້ານວັດທະນະທໍາ, ການບັນເທິງ ເທົ່ານັ້ນ ຫາກຍັງມີຄວາມສໍາຄັນດ້ານການເມືອງ, ການຕ່າງປະເທດອີກດ້ວຍ”.

        ໃນຄໍ່າຄືນຈັດຮອບຊີງຊະນະເລີດ, ນອກຈາກການແຂ່ງຂັນຂອງບັນດານັກຮ້ອງ ແລ້ວ,ຍັງມີບັນດາລາຍການສະແດງສິລະປະຂອງບັນດານັກຮ້ອງທີ່ເປັນແຂກຖືກເຊີນຈາກ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ອີກດ້ວຍ ອາດຈະນໍາມາໃຫ້ທ່ານຜູ້ຊົມບັນດາລາຍການສະແດງສິລະປະທີ່ໜ້າປະທັບໃຈ, ສ້າງບັນຍາກາດດົນຕີທີ່ຫຼາກຫຼາຍສີສັນຜ່ານຫຼາຍພາສາທີ່ແຕກຕ່າງກັນ.

        ງານປະກວດສຽງເພງ ອາຊຽນ + 3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຄັ້ງທໍາອິດໃນປີ 2017, ຢູ່ ເຊີ່ມເຊີນ, ແຂວງແທັງຮວ໊າຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ