ງານພົບປະມິດຕະພາບ ຊາວໜຸ່ມຫວຽດນາມ- ລາວປີ 2013 ຈະດຳເນີນ ໄປນັບແຕ່ວັນທີ 15/7

 

ງານພົບປະມິດຕະພາບ ຊາວໜຸ່ມຫວຽດນາມ- ລາວປີ 2013 ຈະດຳເນີນ ໄປນັບແຕ່ວັນທີ 15/7 - ảnh 1

​(ພາບປະກອບ:vietnamplus.vn)

(vovworld)- ​​​ງານພົບປະມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ-​ລາວ​ປີ 2013 ຈະ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 15-22/7/2013 ຢູ່​ບັນດາ​ແຂວງ​ເຊີນ​ລາ, ຕວຽນ​ກວາງ​, ຮ່າ​ໂນ້ຍ, ​ເຫ​ງະ​ອານ ​ແລະ ຮ່າ​ຕິ້ງ. ນີ້​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ອົງການ​ຊາວ​ໜຸ່ມ ​ແລະ ​ໄວ​ໜຸ່ມ​ສອງ​ປະ​ເທດ​ຫວຽດນາມ-​ລາ​ວ. ຜ່ານ​ນັ້ນ, ປະກອບສ່ວນ​ສຶກສາ​ອົບຮົມຊາວ​ໜຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ຫວຽດນາມ-​ລາວ. ຢັ້ງຢືນ​ຄວາມ​ຕັດສິນ​ໃຈ, ຄວາມ​ຮັບຜິດຊອບ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ຂອງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ໃນ​ການ​ຮັກສາ, ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ບໍລິສຸດ​ພຸ​ດຜ່ອງຂອງ ປຊຊ ສອງ​ປະ​ເທດ​ຫວຽດນາມ-​ລາວ.

    ບັນດາ​ການ​ເຄື່​ອນ​ໄຫວ​ຕົ້ນຕໍ​ໃນ​ງານ​ພົບ​ປະ​ມິດຕະພາບ​ດັ່ງກ່າວ​ລວມມີ: ການ​ເຂົ້າຢ້ຽມ​ຂ່ຳນັບ​ການ​ນຳ​ພັກ, ລັດ​ຫວຽດນາມ; ການປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ຂອງ​ລັດ​ຫວຽດນາມ ​ໃຫ້​ແກ່​ສູນ​ກາງ​ຄະນະ​ຊາວ​ໜຸ່ມ ປຊຊ ປະຕິວັດ​ລາວ; ​ເປີດ​ສະ​ຫຼອງ​ຫ້ອງ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໃຫ້​ຊາວ​ໜຸ່ມ​ຕາ​ແສງ​ໝິ້ບັ່ງ, ​ແຂວງ​ຕວຽນ​ກວາງ. ຄຽງ​ຄູ່​ກັນນັ້ນ​ກໍ່​ຈະ​ມີ​ລາຍການກິນ​ຢູ່​ພ້ອມກັບ​ຄອບຄົວ​ປະຊາຊົນ​ຢູ່​ເທດສະບານ​ເກືອ​ລໍ່ ​ແຂວງ​ເຫ​ງະ​ອານ, ​ໄປ​ຢ້ຽມຢາມ​ຫໍພິພິຕະພັນ, ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ, ວັດທະນະທຳ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ