ງານພົບປະມິດຕະພາບກັບບັນດານັກເຄື່ອນໄຫວເພື່ອສັນຕິພາບ, ຝ່າຍຊ້າຍອາເມລິກາ

ງານພົບປະມິດຕະພາບກັບບັນດານັກເຄື່ອນໄຫວເພື່ອສັນຕິພາບ, ຝ່າຍຊ້າຍອາເມລິກາ - ảnh 1
(ພາບປະກອບ: dantri.com.vn)

​(vovworld) – ​ເພື່ອ​ແນ​ໃສ່​ຕອບ​ບູນ​ແທນ​ຄຸນ​ບັນດາ​ເພື່ອນ​ມິດ​ອາ​ເມ​ລິ​ກາ ທີ່​ໄດ້​ຕໍ່ສູ້​ເພື່ອ​ສັນຕິພາບ ​ແລະ ສະໜັບ​ສະ​ໜູນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້​ຊາດ, ວັນ​ທີ 21/04, ຢູ່​ຮ່າ​ໂນ​້ຍ ​ໄດ້​ຈັດງານພົບ​ປະ​ມິດຕະພາບ​ເພື່ອ​ສັນຕິພາບ, ຝ່າຍ​ຊ້າຍ​ອາ​ເມ​ລິ​ກາ, ​ໂດຍ​ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ຈັດ​ຕັ້ງຂຶ້ນ. ​ເຂົ້າ​ຮ່ວມ​ມີ​ເພື່ອນ​ມິດຝ່າຍ​ຊ້າຍ​ອາ​ເມ​ລິ​ກາ 16 ຄົນ, ​ໂດຍ​ທ່ານ John McAuliff, ຫົວໜ້າຝ່າຍ​ບໍລິຫານກອງ​ທຶນ​ໄກ່​ເກ່ຍ ​ແລະ ພັດທະນາ (ອາ​ເມ​ລິ​ກາ) ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມຊອກ​ຮູ້ຢູ່​ຫວຽດນາມ ​ໃນ​ລະ​ຫວ່າງ​ວັນ​ທີ 19/04 – 01/05; ຜູ້ຕາງໜ້າ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ບຸ​ຍ​ເທ້ຢາງ, ຮອງ​ປະທານ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ເນັ້ນ​ໜັກ​ວ່າ, ງານ​ພົບ​ປະ​ຄັ້ງ​ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາ​ຜູ້​ແທນ​ພ້ອມ​ກັນ​ແບ່ງປັນ​ອະນຸສອນ, ນ້ຳ​ໃຈ​ທີ່​ມີ​ຕໍ່​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ; ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ພາຍ​ຫຼັງການ​ຢ້ຽມຢາມ, ບັນດາ​ເພື່ອນ​ມິດ​ຝ່າຍ​ຊ້າຍ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງຄາມ ກໍ່​ຄື​ມີ​ບັນດາ​ການ​ປະກອບສ່ວນ​​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ສຳລັບ​ປະຊາຊົນ​ຫວຽດນາມ ທີ່ພວມ​ຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງຄາມ. ສ່ວນ​ທ່ານ John McAuliff ​ໃຫ້​ຮູ້​ວ່າ, ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຊອກ​ຮູ້​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງ​ຄາມ​ຂອງ​ອາ​ເມລິ​ກາ ຢູ່​ຫວຽດນາມ (ຄື: ລະ​ເບີດ/ວັດຖຸ​ລະ​ເບີດ, ທາດ​ຜິດ​ສີ​ສົ້ມ/ດີ​​ໂອຊິນ…); ​ນອກຈາກນັ້ນ​ກໍ່​ມີ​ການເຮັດ​ວຽກ, ພົບປະ​ກັບບັນດາ​ອົງການ​ສຳນັກງານຂອງ​ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ການ​ຮ່ວມ​ມື, ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ຫວຽດນາມ ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ