ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ຈີນຄັ້ງທີ16

ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ຈີນຄັ້ງທີ16 - ảnh 1
ຜູ້​ແທນ​ຊາວ​ໜຸ່ມ 2 ປະ​ເທດ​ຈະມີ​ການພົບ​ປະ, ​ແລກປ່ຽນ​ບົດຮຽນ
ກ່ຽວ​ກັບ​ບັນດາຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ
(ພາບ: tienphong)


(vovworld) – ງານ​ພົບ​ປະ​ມິດຕະພາບ​ຊາວໜຸ່ມ​ຫວຽດນາມ - ຈີນ​ຄັ້ງ​ທີ 16 ​ໂດ​ຍສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 04 – 09/11, ຢູ່​ລ້າງ​ເຊີນ, ກວາງ​ນິງ ​ແລະ ນະຄອນຫຼວງ​ຮ່າ​ໂນ້ຍ. ​ເຫດການ​ຖືກ​ດຳ​ເນີນ​ໄປ​ເນື່ອງ​​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດສປ.ຈີນ ສື່ຈີນຜິງ. ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຈີນ ລວມມີ 200 ຄົນ, ​ໂດ​ຍທ່ານ​ເລຂາທີ່ໜຶ່ງ​ສູນ​ກາງຊາວ​ໜຸ່ງ​ກອ​ມມູນິດ​ຈີນ ຈິ໋ອິ໋ຈື ນຳ​ນໜ້າ. ​ໃນ​ຂອບ​ເຂດ​ເຫດການ, ຜູ້​ແທນ​ຊາວ​ໜຸ່ມ 2 ປະ​ເທດ​ຈະມີ​ການພົບ​ປະ, ​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ບັນດາຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ​ຄື: ຊາວ​ໜຸ່ມ​ກັບ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຂະ​ບວນການ​ອາສາ​ສະໝັກ; ຮ່ວມ​ມື​ນັກທຸລະກິດ​ໜຸ່ມ; ສື່ມວນ​ຊົນຂອງ​ຄະນະ​ຊາວ​ໜຸ່ມ​ໃນ​ວຽກ​ງານ​ໂຄສະນາ​ສຶກສາ​ລຸ້ນໜຸ່ມ.

      ງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາ​ມ - ຈີ​ນ ​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​​ແລກປ່ຽນ​ປະຈຳ​ປີ​ລະຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ສຶກສາ​​ລຸ່ນໜຸ່ມ​ກ່ຽວ​ກັບ​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ​ພັກ, ລັດ, ປະຊາຊົນ ​ແລະ ​ໄວ​ໜຸ່ມ 2 ປະ​ເທດ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ