ງານພົບປະສັງສັນກັນບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດອາຍຸການ2016-2019

ງານພົບປະສັງສັນກັນບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດອາຍຸການ2016-2019 - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​
ສູນ​ກາງ​ທີ່​ງານ​ພົບ​ປະ​ສັງ​ສັນ​ກັນ
(ພາບ: ພັກກອມມູນິດ)

(vovworld) - ຕອນ​ບ່າຍ​ວັນທີ 21/06 ຢູ່​ຮ່າ​ໂນ້ຍ. ຄະນະ​ຊີ້​ນຳ​ວຽກ​ງານຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ພົບ​ປະ​ສັງ​ສັນ​ກັນບັນດາ​ຫົວໜ້າ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳຕ່າງປະ​ເທດອາຍຸ​ການ 2016 – 2019. ທີ່​ງານ​ພົບ​ປະ ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເນັ້ນ​ໜັກ​ວ່າ: ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ສະພາບການ​ໃໝ່, ບັນດາ​ຫົວໜ້າ​ອົງການ​ຕາງ​ໜ້າ ຫວຽດ​ນາມ ປະຈຳ​ຕ່າງປະ​ເທດ​ອາຍຸ​ການ 2016 – 2019 ຄວນ​ເສີມ​ຂະຫຍາຍ​ບົດ​ບາດຂອງ​ຕົນ, ຄົ້ນຄວ້າ, ກຳ​ແໜ້ນ​ບັນດາ​ຄວາມ​ຮຽກຮ້ອງຕ້ອງການ​ໜ້າ​ທີ່ ຊຶ່ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ອອກ. ບັນດາ​ຫົວໜ້າ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ຄວນ​​ເປັນ​ເຈົ້າ​ການຍາ​ດ ແຍ່ງ​ເອົາ​​ແຫຼ່ງຊັບພະຍາກອນ​ມະນຸດ, ການສະໜັບສະໜູນ, ການຊ່ວຍ​ເຫຼືອ​ຂອງ​ວົງ​ການ​ນັກ​ການ​ເມືອງ, ວິ​ສາ​ຫະກິດ, ສື່​ມວນ​ຊົນ, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ປະ​ເທດ​ປະຈ​ຳຖິ່ນຢ່າງ​ສຸດ​ຂີດ; ກຳ​ແໜ້ນ​ຫາງ​ສຽງ​ຢູ່​ປະ​ເທ​ດປະຈຳ​ຖິ່ນ​ເປັນ​ປະຈຳ ​ເພື່ອ​ຈາກ​ນັ້ນ ມີ​ບັນດາ​ຂໍ້​ສະ​ເໜີ​ແນະ​​ແກ້​ໄຂຢ່າງ​ຖື​ກຕ້ອງ, ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ທ່ານ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຫວໍ​ວັນ​ເຖືອ​ງ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕ່າງ​ໜ້າ ຫວຽດນາມ ປະຈຳ​ຕາງປະ​ເທດ​ອາຍຸ​ການ 2016 – 2019 ຈະ​ສຳ​ເລັດໜ້າ​ທີ່​ຄວາມ​ຮັບຜິດຊອບ​ສຳຄັນ ຊຶ່ງ​ພັກ, ລັດ ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ເຂົ້າ​​ໃນພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ