ງານພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງເຂດຊາຍແດນຫວຽດນາມ- ກຳປູເຈຍ 2019

(VOVWORLD) -ບັນດາຜູ້ແທນຂອງ 2 ປະເທດຫວຽດນາມ - ກຳປູເຈຍ ພ້ອມກັບນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຂອງ 2 ປະເທດ 190 ຄົນ ໄດ້ປູກສວນຕົ້ນໄມ້ທີ່ລະນຶກ
ງານພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງເຂດຊາຍແດນຫວຽດນາມ- ກຳປູເຈຍ 2019 - ảnh 1(ບັນດາຜູ້ແທນ ປູກສວນຕົ້ນໄມ້ທີ່ລະນຶກ)

ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ກຳປູເຈຍ ໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຂອງ 2 ປະເທດ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຊາວໜຸ່ມ 2 ປະເທດກ່ຽວກັບສາຍພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ - ກຳປູເຈຍ”, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບສູນກາງຊາວໜຸ່ມຫວຽດນາມ ຈັດງານບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງເຂດຊາຍແດນຫວຽດນາມ- ກຳປູເຈຍ ປີ 2019, ຢູ່ແຂວງ ໄຕນິງ ແລະ ນະຄອນໂຮ່ຈິມິນ, ໃນລະຫວ່າງວັນທີ 05 – 08 ພະຈິກ.

        ໃນຂອບເຂດງານບຸນ, ຕອນບ່າຍວັນທີ 05 ພະຈິກ, ຢູ່ເຂດປູຊະນີຍະສະຖານຖານທີ່ໝັ້ນນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນໄຕນິງ, ແຂວງ ໄຕນິງ, ບັນດາຜູ້ແທນຂອງ 2 ປະເທດຫວຽດນາມ - ກຳປູເຈຍ ພ້ອມກັບນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຂອງ 2 ປະເທດ 190 ຄົນ ໄດ້ປູກສວນຕົ້ນໄມ້ທີ່ລະນຶກ, ເພື່ອແນໃສ່ສ້າງຂີດໝາຍຂອງນ້ຳໃຈມິດຕະພາບລະຫວ່າງຊາວໜຸ່ມ 2 ປະເທດ.

        ແລະກໍ່ໃນຕອນບ່າຍວັນທີ 05 ພະຈິກ, ຄະນະຜູ້ແທນ 2 ປະເທດ ພ້ອມກັບນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຂອງ 2 ປະເທດ 190 ຄົນ ໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳເດີນຫຼີ້ນໃຫ້ເດັກໜ້ອຍຢູ່ຕາແສງ ບິ່ງມິງ, ນະຄອນໄຕນິງ.

ຕອບກັບ

ຂ່າວ/ບົດ​ອື່ນ