ງານພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອິນເດຍ

(VOVWORLD) -  ນັບແຕ່ວັນທີ 12 – 19 ສິງຫາ 2019, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10 ຢູ່ຫວຽດນາມ.

       ງານພົບປະແລກປ່ຽນຄັ້ງນີ້ ຈະຈັດການເຄື່ອນໄຫວຕ່າງໆຄື: ພິທີໄຂ; ພົບປະກັບການນໍາພັກ, ລັດ, ການນໍາທ້ອງຖິ່ນ ຫວຽດນາມ; ຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນໃນບໍລິເວນ ທໍານຽບປະທານປະເທດ, ວັດເຈິ່ນກວັກ, ຢ້ຽມຢາມບາງຮາກຖານເສດຖະກິດ-ສັງຄົມ ຢູ່ບັນດາທ້ອງຖິ່ນ; ລາຍການສະແດງສິລະປະວັນນະຄະດີ.

        ງານພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອິນເດຍ ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະ ອົງການຈັດຕັ້ງສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ (AIPSO) ສະເໜີ, ອັນໄດ້ກາຍເປັນຮູບແບບໃໝ່ໃນການພົວພັນແລກປ່ຽນມິດຕະພາບລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ໄດ້ຮັບການຊົມເຊີຍຈາກການນໍາຂັ້ນສູງສອງປະເທດ.  


ຕອບກັບ

ຂ່າວ/ບົດ​ອື່ນ