ງານພົບປະແລກປ່ຽນມິດຕະພາບລະຫວ່າງຫວຽດນາມ - ລາວ ຢູ່ຈີນ

ງານພົບປະແລກປ່ຽນມິດຕະພາບລະຫວ່າງຫວຽດນາມ - ລາວ ຢູ່ຈີນ - ảnh 1
(ພາບປະກອບ)
(vovworld) – ຕອນ​ຄໍ່າ​ວັນ​ທີ 11/04, ຢູ່​ສຳນັກງານ​ສະຖານທູດ​ລາວ​ປະຈຳ​ຈີນ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ພະນັກງານ, ພາລະ​ກອນ​ຂອງ​ສະຖານທູດ​ລາວ ​ແລະ ຫວຽດນາມ ​ເນື່ອງ​​ໃນ​ໂອກາດ​ປີ​ໃໝ່​ຂອງ​ລາວ ພ​.ສ 2556. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ ສົມ​ດີ ບຸນ​ຄຸ້ມ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ຈັດ​ຕັ້ງ​ປີ​ໃໝ່​ລາວ ປີ 2013 ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ທີ່ 2 ປະ​ເທດ​ຫາ​ກໍ​ສະ​ເຫຼີມສະຫຼອງ 35 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ແລະ 50 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຄື​ດັ່ງ​ຂີດ​ໝາຍ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ພ້ອມ​ທັບ​ຫວນ​ຄືນ​ໄລຍະ​ປົກ​ປ່ອຍ ​ແລະ ສ້າງສາ​ ພັດທະນາ​ປະ​ເທດຊາດຂອງແຕ່ລະ​ປະ​ເທດ. ທີ່​ງານ​ພົບປະ​ແລກປ່ຽນ ມີ​ພິທີ​ບາ​ສີ​ສູ່ຂວັນ, ອວຍພອນ​ໃຫ້​ກັນ​ຈົ່ງ​ມີ​ສຸຂະພາບ, ມີ​ຄວາມຜາ​ສຸກ, ​​ໂຊກ​ດີ ໃນ​ບັນຍາກາດ​ທີ່​ຟົກ​ຟື້ນຂອງ​ວາດຟ້ອນ​ ​ແລະ ທຳນອງ​ເພງ​​ແຫ່ງ​ຄວາມ​ສາ​ມາກ​ຄີ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ