ງານພົບປະແລກປ່ຽນລະຫວ່າງບັນດາອົງການຕາງໜ້າຂອງ ອາຊຽນ ປະຈຳ ຢູແກຼນ
ພິທີເຄົາລົບທຸງອາຊຽນ
(ພາບ: Chinhphu.vn)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2012), ສະຖານທູດຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດຕັ້ງການພົບປະສັງສັນ ແລະ ງານແລກປ່ຽນທີ່ເປັນມູນເຊື້ອກັບພະນັກງານ, ລັດຖະກອນທູຕານຸທູດບັນດາປະເທດ ອາຊຽນ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງ Kiev. ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ບັນດາເອກອັກຄະລັດຖະທູດ ອາຊຽນ ເນັ້ນໜັກວ່າ: ຜ່ານ 17 ປີເຂົ້າເປັນສະມາຊິກ ອາຊຽນ ແລະ ໃນໄລຍະພັດທະນາໃໝ່ຂອງສະຫະສະມາຄົມ, ຍາມໃດຫວຽດນາມ ກໍຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ສາມັກຄີ ແລະ ສະໜິດຕິດພັນຢ່າງແໜ້ນແຟ້ນ, ນັບມື້ນັບມີບົດບາດ ແລະ ທີ່ຕັ້ງສຳຄັນໃນພາກພື້ນ ແລະ ໃນໂລກ, ເພື່ອຄວາມວັດທະນາຖາວອນຂອງບັນດາປະເທດສະມາຊິກ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ. ອາຊຽນ ໄດ້ ແລະ ຈະສືບຕໍ່ແມ່ນເສົາຄ້ຳສຳຄັນໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ຫຼາຍຝ່າຍ, ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຂອງຫວຽດນາມ.