ງານພົບປະແລກປ່ຽນວັດທະນະທຳສິລະປະ ດ່າລາດ (ຫວຽດນາມ) – Chungcheon (ສ.ເກົາຫຼີ)

(VOVWORLD) - ທີ່ງານພົບປະແລກປ່ຽນ, ບັນດານັກສິລະປິນ, ນັກສະແດງຂອງນະຄອນ ດ່າລາດ ໄດ້ສະແດງບັນດາບົດເພງ, ວາດຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ.
ງານພົບປະແລກປ່ຽນວັດທະນະທຳສິລະປະ ດ່າລາດ (ຫວຽດນາມ) – Chungcheon (ສ.ເກົາຫຼີ) - ảnh 1ທີ່ພົບປະແລກປ່ຽນວັດທະນະທຳສິລະປະ ດ່າລາດ – Chungcheo
(ພາບ: TTXVN)

        ຄ່ຳຄືນພົບປະແລກປ່ຽນວັດທະນະທຳສິລະປະ ດ່າລາດ (ຫວຽດນາມ) – Chungcheon (ສ.ເກົາຫຼີ), ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ທັນວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນານະຄອນ ດ່າລາດ; ຮັບນາມມະຍົດນະຄອນປະດິດຄິດສ້າງດົນຕີ UNESCO.

        ທີ່ງານພົບປະແລກປ່ຽນ, ບັນດານັກສິລະປິນ, ນັກສະແດງຂອງນະຄອນ ດ່າລາດ ໄດ້ສະແດງບັນດາບົດເພງ, ວາດຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ພິເສດ, ດ້ວຍເຄື່ອງດົນຕີພື້ນເມືອງຊາວເຜົ່າ ໄຕງວຽນ, ເຄື່ອງດົນຕີພື້ນເມືອງຂອງ ສ.ເກົາຫຼີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ດັ້ງກວາງຕູ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າລາດ ເນັ້ນໜັກວ່າ, ລາຍການນີ້ແມ່ນການສະເຫຼີມສະຫຼອງ 4 ປີແຫ່ງການແຮກສ່ຽວລະຫວ່າງນະຄອນ ດ່າລາດ - Chungcheon; ພ້ອມທັງແມ່ນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ