ງານພົບປະແລກປ່ຽນສິລະປະ “ຄວາມຊົງຈຳກ່ຽວກັບ ດ້ຽນບຽນ”

ງານພົບປະແລກປ່ຽນສິລະປະ “ຄວາມຊົງຈຳກ່ຽວກັບ ດ້ຽນບຽນ” - ảnh 1
​ພົບ​ປະ​ແລກປ່ຽນສິລະ​ປະ “ຄວາມ​ສົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ”
(ພາບ:TTXVN)


(vovworld) – ​ເພື່ອ​ມຸ່ງ​ໄປ​ເຖິງການສະ​ເຫຼີ​ມສະຫຼອງ 60 ປີ​​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝຸ (07/05/1954 – 07/05/2014), ຕອນ​ຄໍ່າ​ວັນ​ທີ 26/04, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ”. ລາຍການ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ” ​ແມ່ນ​ບັນດາ​ເລື່ອງ​ລາວ, ຄວາມ​ຊົງ​ຈຳ​ຂອງ​ບັນດາ​ນັກ​ຂ່າວ, ບັນນາທິການ, ນັກ​ແຕ້ມ ທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ​ດ້ຽນບຽນຝຸ ທີ່​ດັ່ງ​ກ້ອງ​ກັ່ງ​ວານ​ຄື: ຫງວຽນ​ຄັ໋ກຕ໋ຽບ, ຫງວຽນ​ຊວນ​ມາຍ, ຝ້າ​ມຝຸ໋ບັ່ງ, ​​ໂງ​ແມ້ງ​ເລີ​ນ. ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ໄລຍະ​ສົງ​ຄາມ​ທີ່ຮ້າຍ​ແຮງ, ບັນດາ​ເຄື່ອງ​ອຸ​ປະກອນ​ປະຖົມ​ປະ​ຖານ, ຫຼ​້າຫຼັງ ​ແຕ່​ບັນດາ​ໜັງສືພິມ, ຮູບ​​ແຕ້ມ​ລະດົມ​ໃຈ ​ໄດ້ຖືກ​ພິມ​ຈຳໜ່າຍຢ່າງ​ທັນ​ການ, ທັງ​ສ່ອງ​ແສງບັ້ນ​ຮົບ, ທັງ​ຮັບ​ໃຊ້​ຈິດ​ໃຈ​ຂອງ​ພະນັກງານ, ນັກຮົບ. ທ່ານ ຮ່າ​ນິງ​ເຫ້ວ, ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ລາຍການ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ” ​ໃນ​ມື້​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ຫວນ​ຄືນ ​ແລະ ຮັບຮອງ​ບັນດາ​ເລື່ອງ​ລາວຂອງ​ນັກ​ຂ່າ​ວທີ່​ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ. ຜ່ານ​ບັນດາ​ເອກະສານ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ດ້ຽນບຽນ​ຝຸ ພວກ​ເຮົາ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ສຳຄັນ ​ແລະ ບົດບາດ​ຂອ​ງ​ນັກ​ຂ່າວ, ຂອງ​ວຽກ​ງານ​ໂຄສະ​ນາ​ໃນ​ບັ້ນ​ຮົບ, ​ເຂົ້າ​ໃຈ​ກ່ຽວ​ກັບ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ, ກຳລັງ​ແຮງ​ດ້ານ​ແນວ​ຕິດ​ຂອງ​ຊາດຫວຽດນາມ ຫຼາຍກ​ວ່າອີກ”.

ຂ່າວ/ບົດ​ອື່ນ