ງານພົບປະແລກປ່ຽນຫວຽດນາມ-ແດນມາກ

ງານພົບປະແລກປ່ຽນຫວຽດນາມ-ແດນມາກ - ảnh 1
ທ່ານ ​ເຈີ່ນ​ຮົ່ງຮ່າ ກ່າວຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ
(ພາບ: cpv.org.vn)

(vovworld) – ​​ໃນ​ຕອນ​ຄ່ຳ​ວັນ​ທີ 25/11 ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ແດນ​ມາກ ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ ຫວຽດນາມ - ແດນ​ມາກ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 44 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ແດນ​ມາກ (25/11/1971 – 25/11/2015). ກ່າວຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ ​ເຈີ່ນ​ຮົ່ງຮ່າ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ແດນ​ມາກ ​ໃຫ້​ຮູ້​ວ່າ: ງານ​ບຸນ​ດົນຕີ​ສາກົນລົ​ມມໍ​ລະ​ສຸມ (Monsoon Music Festival) ​​ເລີ່​ມ​ຈັດ​ຕັ້ງ​ນັບ​ແຕ່​ປີ 2014 ​ໄດ້​ນຳ​ມາ​ໃຫ້​ມະຫາຊົນ ຫວຽດນາມ ຜະລິດ​ຕະພັນ​ວັດທະນະທຳ​ທີ່ມີ​ຄຸນ​ນະພາ​ບສູງ, ​ໃຫ້ສ​້າງການ​ເຊື່ອມ​​ໂຍງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ລະ​ຫວ່າງ​ບັນດາ​ປະ​ເທດ ​ແລະ ພື້ນຖານ​ວັດທະນະທຳ​ຕ່າ​ງໆ. ​ໂຄງການ​ຮ່ວມ​ມື​ພັດທະນາ ຫວຽດນາມ - ແດນ​ມາກ ກ່ຽວ​ກັບ​ຂົງ​ເຂດວັດທະນະທຳ​ໄລຍະ 2011 – 2015 ​ໄດ້​ຮັບ​ການຜັນ​ຂະຫຍາຍນັ້ນ, ​ໄດ້ປະ​ກອບ​ສ່ວນ​ກຳນົດ​ທິດ​ໃຫ້​​ແກ່ການພັດທະນາຢ່າງ​ຕັ້ງໜ້າ ​ແລະ ການ​ເຊື່ອມ​ໂຍງຂອງ​ວັດທະນະທຳ ຫວຽດນາມ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ແດນ​ມາກ ປະຈຳ ຫວຽດນາມ Charlotte Laursen ​ໄດ້​ຫວນ​ຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ຕະຫລອດ 44 ປີຜ່ານມາ. ທ່ານ​ເອກ​ອັກຄະ​ລັດຖະທູດ Charlotte Laursen ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານເສດຖະກິດ - ສັງຄົມ ຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ.

ຂ່າວ/ບົດ​ອື່ນ