ງານມະຫາກຳຮູບເງົາກະຕູນຫວຽດນາມ-ສ.ເກົາຫຼີ2015

ງານມະຫາກຳຮູບເງົາກະຕູນຫວຽດນາມ-ສ.ເກົາຫຼີ2015 - ảnh 1
ຄະນະ​ຈັດ​ຕັ້ງ​ໄດ້​ມອບ 3 ລາງວັນ​ໃຫ້​ບັນດາ​ນັກ​ຜະລິດ​ຟີມຮູບ​ເງົາ

 (vovworld) – ​ ຕອນ​ບ່າຍ​ວັນ​ທີ 13/8 ຢູ່​ຮ່າ​ໂນ້ຍ, ສູນວັດທະນະທຳ ສ​ເກົາຫຼີ ປະຈຳ ຫວຽດນາມ ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ກົມ​ຮູບ​ເງົາ ຫວຽດນາມ ​ແລະ ບໍລິສັດ​ຮູບ​ເງົາ​ກະຕູນ ຫວຽດນາມ ​ໄດ້ອັດງານ​ມະຫາ​ກຳ​ຮູບ​ເງົາ​ກະຕູນ ຫວຽດນາມ -​ ສ.​ເກົາຫຼີ ຄັ້ງ​ທີ 2 ​ແລະ ມອບ​ລາງວັນ​ການ​ປະ​ກວດ​ຜະລິດ​ຮູບ​ເງົາ​ກະຕູນ ອອນ​ລາຍ ປະ​ເພດ​ສັ້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ ສ​ເກົາຫຼີ ປະຈຳ ຫວຽດນາມ Jeon Dae Ju ຖື​ວ່າ: ບັນດາ​ນັກ​ຜະລິດ ຟີມຮູ​ບ​ເງົາ​ກະຕູນ ຫວຽດນາມ ຈະ​ພ້ອມ​ກັບ​ບັນດາ​ຜູ້​ຊ່ຽວຊານ ສ​ເກົາຫຼີ ​ແລກ​ປ່ຽນບົດ​ຮຽນ, ​ໃຫ້​ຄຳ​ປຶກສາ ​ເພື່ອ​ໃຫ້​ຮູບ​ເງົາ 3 ​ເລື່ອງ​ໄດ້​ຮັບ​ລາງວັນ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາມ​າດ​ແກ່ງ​ແຍ້​ງຂອງ​​ຮູບ​ເງົາ ກ່ອນ​ທີ່​ເຂົ້າ​ຮ່ວມ​ງານ​ມະຫ​າກຳຮູບ​ເງົາ​ກະຕູນ​ສາກົນ Chuncheon , ສ​ເກົາຫຼີ ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ.

           ທີ່​ພິທີ​ໄຂ ຄະນະ​ຈັດ​ຕັ້ງ​ໄດ້​ມອບ 3 ລາງວັນ​ໃຫ້​ບັນດາ​ນັກ​ຜະລິດ​ຟີມຮູບ​ເງົາ. ລາງວັນ​ທີ 1 ​ແມ່ນ​ໄດ້​ແກ່​ຮູ​ບ​ເງົາ​ເລື່ອງ “ພໍ່​ຂອງ​ໄກ​່ນ້ອຍ” ຂອງ ​ຟ້າ​ມງ້ອກຕ໋ວນ ສັງກັດ​ບໍລິສັດ​ຮູບ​ເງົາ​ກະຕູນ ຫວຽດນາມ. ລາງວັນ​ທີ 2 ​ໄດ້​ແກ່​ຮູບ​ເງົາ​ເລື່ອງ “ Lu and Robo ” ຂອງ​ບໍລິສັດ Co Lo Ry ຈຳກັດ ​ແລະ ລາງວັນ​ທີ 3 ​ໄດ້​ແກ່​ຮູບ​ເງົາ​ເລື່ອງ “ ​ເຂົ້າ​ໜົມ​ແຫ່ງ​ຄວາມ​ຮັບ​ລະຫວ່າງ​ໝູ່​ເພື່ອນ​” ຂອງ ຟານ​ງ້ອກທຸຍ​​ເຢືອງ ສັງກັດ​ມະຫາວິທະຍາ​ໄລ ສະຖາ​ປັດຕະຍະ​ກຳ ນະຄອນ ​ໂຮ່ຈີ​ມິນ.


ຂ່າວ/ບົດ​ອື່ນ