ງານ​ມະ​​ໂຫ​ລານ ອາ​ຫານ​ການ​ກິນສາ​ກົນ ຄັ້ງ​ທີ 10, ປີ 2022

(VOVWORLD) -ປີນີ້, ມີກວ່າ 100 ຫ້າງຮ້ານຂອງສະຖານທູດ 35 ປະເທດ ແລະ ອົງການຕາງໜ້າຂອງຕ່າງປະເທດປະຈຳ ຫວຽດນາມ ແລະ ບັນດາຫົວໜ່ວຍຂຶ້ນກັບກະຊວງການຕ່າງປະເທດ, ພະແນກພົວພັນຕ່າງປະເທດຂອງທ້ອງຖິ່ນຕ່າງໆໃນທົ່ວປະເທດເຂົ້າຮ່ວມ.
ງານ​ມະ​​ໂຫ​ລານ ອາ​ຫານ​ການ​ກິນສາ​ກົນ ຄັ້ງ​ທີ 10, ປີ 2022 - ảnh 1ບັນດາຜູ້ແທນຢ້ຽມຊົມຮ້ານອາຫານການກິນຂອງ ລາວ (ພາບ: baoquocte.vn)

ເຫດການ ງານມະໂຫລານ ອາຫານການກິນສາກົນ ຄັ້ງທີ 10 ປີ 2022, ໂດຍກົມບໍລິການສະຖານທູດ (ກະຊວງການຕ່າງປະເທດ ຫວຽດນາມ) ຈັດຂຶ້ນ ໃນວັນທີ 11 ທັນວາ ຢູ່ຮ່າໂນ້ຍ. ປີນີ້, ມີກວ່າ 100 ຫ້າງຮ້ານຂອງສະຖານທູດ 35 ປະເທດ ແລະ ອົງການຕາງໜ້າຂອງຕ່າງປະເທດປະຈຳ ຫວຽດນາມ ແລະ ບັນດາຫົວໜ່ວຍຂຶ້ນກັບກະຊວງການຕ່າງປະເທດ, ພະແນກພົວພັນຕ່າງປະເທດຂອງທ້ອງຖິ່ນຕ່າງໆໃນທົ່ວປະເທດເຂົ້າຮ່ວມ.

        ກ່າວຄຳເຫັນໄຂເຫດການດັ່ງກ່າວ, ທ່ານນາງ ຫວູທິບິກງອກ, ພັນນະຍາຂອງລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໃຫ້ຮູ້ວ່າ ຜ່ານການຈັດຕັ້ງມາເປັນ 10 ຄັ້ງ, ງານມະໂຫລານອາຫານການກິນສາກົນ ໄດ້ກາຍເປັນເຫດການພົບປະແລກປ່ຽນວັດທະນະທຳ, ອາຫານການກິນ ແລະ ເພື່ອການກຸສົນທີ່ພົ້ນເດັ່ນ. ງານມະໂຫລານອາຫານການກິນສາກົນ ປີ 2022 ກໍສືບຕໍ່ເສີມຂະຫຍາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຄັັ້ງກ່ອນໆ. ຈຳນວນເງິນໂດຍຜູ້ໃຈບຸນໃຈກຸສົນແຜ່ບໍລິຈາກໃນເຫດການດັ່ງກ່າວໃນໄລຍະຜ່ານມາແມ່ນປະມານເກືອບ 5 ຕື້ດົ່ງ ຊຶ່ງນຳໃຊ້ເຂົ້າໃນວຽກງານເພື່ອການກຸສົນສຳລັບເດັກກຳພ້າກຳພອຍ, ຄົນພິການ, ແມ່ຍິງຜູ້ທຸກຍາກ ແລະ ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ