ງານມະໂຫລານ “ໄວໜຸ່ມປະກິດຄິດສ້າງ” ທົ່ວປະເທດປີ 2020

(VOVWORLD) -ຢູ່ທີ່ນີ້, ບັນດານັກຮຽນ, ນັກສຶກສາໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ການເສັງແຕ້ມຮູບປະດິດຄິດສ້າງດ້ວຍຫົວຂໍ້ “ຄົມມະນາຄົມອັດສະລິຍະ”

ງານມະໂຫລານ “ໄວໜຸ່ມປະກິດຄິດສ້າງ” ທົ່ວປະເທດປີ  2020 - ảnh 1 ງານມະໂຫລານ “ໄວໜຸ່ມປະກິດຄິດສ້າງ” 2020

(ພາບ: thieunien.vn)

ຕອນເຊົ້າວັນທີ 29 ພະຈິກ, ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດງານມະໂຫລານ “ໄວໜຸ່ມປະກິດຄິດສ້າງ” 2020 ດ້ວຍຫົວຂໍ້ວ່າ “ວິທະຍາສາດໜຸ່ມ”. ມີນັກຮຽນ, ນັກສຶກສານັບພັນຄົນຢູ່ຫຼາຍໂຮງຮຽນໄດ້ເຂົ້າຮ່ວມລາຍການ. ຢູ່ທີ່ນີ້, ບັນດານັກຮຽນ, ນັກສຶກສາໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ການເສັງແຕ້ມຮູບປະດິດຄິດສ້າງດ້ວຍຫົວຂໍ້ “ຄົມມະນາຄົມອັດສະລິຍະ”, ການເສັງ Robocon ຈາກຂັ້ນອະນຸບານຮອດມັດຖະຍົມ. ນ້ອງ ດິງຕ໊ຽນແມ້ງ, ນັກຮຽນໂຮງຮຽນສຶກສາສາມັນລົງເລິກ ວິ້ງຟູກ, ແບ່ງປັນວ່າ: ບັນດາການເສັງ Robocon ນີ້ແມ່ນມີປະໂຫຍດຫຼາຍສຳລັບນ້ອງ. ນີ້ກໍ່ແມ່ນຄວາມເມົາມົວ, ກໍແມ່ນສ່ວນໜຶ່ງໃນການກຳນົດທິດທາງວິຊາຊີບຂອງນ້ອງ.

ໃນຂອບເຂດງານໂຫລານນີ້, ຕອນຄ່ຳວັນທີ 29 ພະຈິກ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີມອບລາງວັນ “ໄວໜຸ່ມປະດິດຄິດສ້າງ” ທົ່ວປະເທດໃຫ້ 37 ໂຄງການ, ມາດຕະການປະດິດຄິດສ້າງດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ