ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີXIIດຳເນີນແຕ່ວັນທີ20-22/04

(vovworld)- ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ປີ 2016 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ສົມ​ທົບ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ໂທ​ລະ​ພາບ ແຂວງ ແຄງ​ຮ່​ວາ ຈັດ​ຕັ້ງ​ຈະ​ດຳ​ເນີນ​ຢູ່ ນ​ະ​ຄອນ ຍາ​ຈາງ ແຕ່​ວັນ​ທີ 20-22/4.

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີXIIດຳເນີນແຕ່ວັນທີ20-22/04 - ảnh 1
ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ

        ທີ່​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ງານ​ມະ​ໂຫລານ​ດັ່ງ​ກ່າວ ຊື່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 14/4, ທ່ານ​ນາງ ຫງວຽນ​ລານ​ເຮືອງ, ເລ​ຂາ​ທິ​ການ​ໃຫຍ່ ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ໃຫ້​ຮູ້​ວ່າ: ປີນີ້ ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ເສັງ 265 ບົດ ຂອງວິ​ທະ​ຍຸ, ວິ​ທະ​ຍຸ- ໂທ​ລະ​ພາບ 60 ແຫ່ງ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ບົດ​ເຂົ້າ​ຮ່ວມ​ແມ່ນ​ສ່ອງ​ແສງ​ເຖິງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຮອບ​ດ້ານ​ຂອງ​ປະ​ເທດ​ຊາດ​ໃນ​ທຸກ​ຂົ​ງ​ເຂດ: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ນະ​ໂຍ​ບາຍ​ຊົນ​ເຜົ່າ ແລະ ແນວ​ທາງ​ການ​ຕ່າງ​ປະ​ເທດ, ທ່າ​ອ່ຽງ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່. ພິ​ທີ​ໄຂ​ງານ​ມະ​ໂຫລານ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/4 ແລະ ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 22/4.

 

ຕອບກັບ

ຂ່າວ/ບົດ​ອື່ນ