ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບທີ່ເປັນມູນເຊື້ອຮ່າໂນ້ຍ-ຫວຽດນາມ2016

ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບທີ່ເປັນມູນເຊື້ອຮ່າໂນ້ຍ-ຫວຽດນາມ2016 - ảnh 1
(ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບ
ທີ່ເປັນມູນເຊື້ອຮ່າໂນ້ຍ-ຫວຽດນາມ2016)


(vovworld) - ງານ​ມະ​ໂຫລານ​ການ​ທ່ອງ​ທ່ຽ​ວ​ໝູ່​ບ້ານ​ອຳ​ຊ​ີບ​ທີ່​ເປັນ​ມູນ​ເຊື້ອ ​ຮ່າ​ໂນ​້ຍ - ຫວຽດ​ນາມ 2016 ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/09, ເຊິ່ງ​ປະ​ກອບ​ມີ 250 ຮ້ານຂອງ​ບັນ​ດາ​ໝ​ູ່​ບ້ານ​ອາ​ຊີບ​ ແລະ ວິ​ສາ​ຫະ​ກິດ​ຜະ​ລິດເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ, ບັນ​ດາ​ພະ​ແນກ​ທ່ອງ​ທ່ຽວ, ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ແຂວງ, ນະ​ຄອນ… ງານ​ມະ​ໂຫລານໄດ້​ມີ​ການ​ເຂ​ົ້າ​ຮ່ວມ​ຂອງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັ​ນ​ມູນ​ເຊື້ອ​ ແລະ ​ມີ​ຊື່​ສ​ຽງ​ຂອງ​ຮ່າ​ໂນ້ຍ​ຄື: ໝູ່​ບ້ານ​ຜະ​ລິດ​ເຄື່ອງ​ສານດ້ວຍ​ຫວາຍ ແລ​ະ ໄມ້​ໃຜ່ ຟຸ໋​ວິງ, ໝູ່​ບ້ານ​ຜະ​ລິດ​ເຄື່ອງສີ​ຂັດ​ມັນ ຫ້າ​ທ໋າຍ, ຫຼໍ່​ເງິນ​ ດິ້ງ​ກົງ, ປັກ​ແສ່ວ ກ໋ວດດົ້ງ… ຈຸດ​​ພົ້ນ​ເດັ່ນ​ຂອງ​ງານ​ມະ​ໂຫລານ​ຄັ້ງ​ນີ້​ແມ່ນ​​ວາດ​ພາບ​ບໍ​ລິ​ເວນ​ໝູ່ບ້ານ​​ຜະ​ລິດແພ​ໄໝ ​ຫວ້ານ​ຟຸກ ແລະ ​ໝູ່​ບ້ານຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາເຄືອບ ບ໋າດ​ຈ່າງ. ນັກ​ສິ​ລະ​ປີນ​ປະ​ການ ດຶກ​ຄວາ, ຮອງ​ປະ​ທານ​ສະ​ມາ​ຄົມ​ປັກ​ແສ່ວ​ນະ​ຄອນ​ຮ່າ​ໂນ້ຍ, ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຄັ້ງ​ນີ້ ໃຫ້​ຮູ​້​ວ່າ.

        “ແຕ່​ລະ​ປີ​ໄດ້​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ບັ​ນ​ດາ​ໝູ່​ບ້ານ​ອາ​ຊີບ​. ​ຂ້າ​ພະ​ເຈົ້າປາດ​ຖະ​ໜາ​ຢາກ​ມີ​ບັນ​ດາ​ແນວ​ຄິດ ແລະ ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເພື່ອ​ນຳ​ມາ​ວາງ​ສະ​ແດງ, ​ແນະ​ນຳ​ໃຫ້​ທຸກໆ​ຄົນ​. ຜ່ານນີ້, ຂ້າ​ພະ​ເຈົ້າ​ກໍ່​ຊອກ​ຮູ້​ໄດ້​ຄວາມນິ​ຍົມ​ຂອງ​ລູກ​ຄ້າ, ຊອກ​ຫາ​ຄູ່​ຮ່ວມ​ມື ຫຼື ​ບັນ​ດາ​ລູກ​ຄ້າມີ​ຄວາມ​ຕ້ອງ​ການ​ສັ່ງ​ຊື້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ຜ່ານນັ້ນ​​ຈະ​ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ຮາກ​ຖານ​ຜະ​ລິດ​ຂອງ​ຕົນ”.

ຂ່າວ/ບົດ​ອື່ນ