ງານມະໂຫລານມິດຕະພາບຊາວໜຸ່ມ ສາກົນປີ 2013

ງານມະໂຫລານມິດຕະພາບຊາວໜຸ່ມ ສາກົນປີ 2013 - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 04/06, ງານ​ມະ​ໂຫລານ​ມິດຕະພາບ​ຊາວ​ໜຸ່ມ​ສາກົນ​ປີ 2013 ​ໄດ້​ໄຂ​ຂຶ້ນຢູ່​ແຂວງ ບິ່ງ​ເຟື໋ອ​ກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າພະນັກງານ​ຄະນະ​ຊາວ​ໜຸ່ມ, ພະນັກ​ງານ​ສະມາຄົມຊາວ​ໜຸ່ມ​ທີ່​ດີ​ເດັ່ນ 179 ຄົນ ຂອງ 8 ​ແຂວງ​ຄື: Kampong Cham, Kampong Thom, Kratie, Mondulkiri, Stung Treng (ກຳປູ​ເຈຍ), ຈຳ​ປະ​ສັກ, ສະຫວັນ​ນະ​ເຂດ (ລາວ) ​ແລະ ​ແຂວງ​ບິ່ງ​ເຟື໋ອກ. ງານ​ມະ​ໂຫລານ​ມິດຕະພາບ​ຊາວ​ໜຸ່ມ​ 3 ປະ​ເທດ ຖືກ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 04 - 06/06 ດ້ວຍ​​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຄື: ກອງ​ປະຊຸມ​ສຳ​ມະ​ນາຫົວ​ເລື່ອງ​ສະ​ເພາະ “​ໄວ​ໜຸ່ມຮ່ວມ​ມື​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ” ​ແລະ “​ໄວ​ໜຸ່ມ​ຮ່ວມ​ມື​ເຄື່ອນ​ໄຫວ​ເພື່ອ​ເສັ້ນ​ຊາຍ​ແດນ​ສະຫງົບ, ສັນຕິພາບ ​ແລະ ພັດທະນາ”. ງານ​ມະ​ໂຫລານ​ມິດຕະພາບ​ຊາວ​ໜຸ່ມສາກົນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ 3 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ ​ເວົ້າ​ລວມ ​ແລະ  8 ​ແຂວງ ​ເວົ້າ​ສະ​ເພາະ ​ໂຄສະ​ນາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ເຂດ​ດິນ​ແດນ, ປະຊາຊົນ​ແຕ່ລະ​ປະ​ເທດ, ຈາກ​ນັ້ນສະ​ແດງ​​ໃຫ້​ເຫັນຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ 3 ປະ​ເທດ.

ຂ່າວ/ບົດ​ອື່ນ