ງານມະໂຫລານວັດທະນະທຳ,ກິລາບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອປີ2015

ງານມະໂຫລານວັດທະນະທຳ,ກິລາບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອປີ2015 - ảnh 1
ໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ​ບາດ​ຈ່າງ

(vovworld) – ຕາມ​ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ແລ້ວ, ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ​ຮ່າ​ໂນ້ຍ​ປີ 2015 ​ຈະດຳ​ເນີນ​ແຕ່​ວັນ​ທີ 1 – 4/10, ຢູ່​ຮ່າ​ໂນ້ຍ, ດ້ວຍກ​ານ​ເຂົ້າ​ຮ່ວມ​ຂອງຮ້ານ​ວາງ​ສະ​ແດງ 300 ຮ້ານ. ໃນ​ນັ້ນ​ມີ​ຮ້ານ​ວາງ​ສະ​ແດງ​ທີ່​ສະ​ຫງວນ​ໃຫ້​ເຂດ​ໝູ່​ບ້ານ​ອາ​ຊີບ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຮ່າ​ໂນ​້ຍ 150 ຮ້ານ. ​ຄາດ​ວ່າ, ເຂດ​ວາງ​ສະ​ແດງສິນ​ຄ້າ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ສາ​ກົນ​ຈະມີ​ປະ​ມານ 20 ຮ້ານ​ທີ່​ສະ​ຫງວນ​ໃຫ້​ບັນ​ດາ​ຮາກ​ຖານ​ຜະ​ລິດ ຫຼື ດຳ​ເນີນ​ທຸ​ລະ​ກິດ​ປະ​ເພດ​ສິ​ນ​ຄ້າ​ຫັດ​ທະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ຂອ​ງ​ບັນ​ດາ​ນະ​ຄອນ ແລະ ນະ​ຄອນຫຼວງ​ສາ​ກົນ​ໃນ​ຂອບ​ເຂດ​ຮ່ວມ​ມື ອາ​ຊຽນ ແລະ CPTA (ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ໃຫຍ່​ຢູ່ ອາ​ຊີ).

        ນີ້​ເປັນ​ຄັ້ງ​ທີ 3 ​ທີ່ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວນີ້​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຮ່າ​ໂນ້ຍ ແລະ ທົ່ວ​ປະ​ເທດ​ໂຄ​ສະ​ນາ​ເຜີຍ​ແຜ່ຜ​ະ​ລິດ​ຕະ​ພັນ ແລະ ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ