ງານມະໂຫລານວ່າວສາກົນຄັ້ງທີ 7 ປີ 2016 ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ

ງານມະໂຫລານວ່າວສາກົນຄັ້ງທີ 7 ປີ 2016 ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ - ảnh 1
ພາ​ບ​ປະ​ກອບ

(vovworld) – ພາຍຫຼັງ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 5 ວັນ, ດ້ວຍ​ບັນ​ດາ​ການ​ສະ​ແດງ​ດຶງ​ດູດ​ໃຈ, ຕອ​ນ​ຄ່ຳ​ວັນ​ທີ 11/12, ຢູ່​ເຂດ​ທ່ອງ​ທ່ຽວ ຫວູງ​ເຕົ່າ Intourco Resort (ນະ​ຄອນ ຫວູງ​ເຕົ່າ, ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ), ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7 ປີ 2016 ຖືກ​ອັດ​ລົງ. ໃນ​ຊຸມ​ວັນ​ດຳ​ເນີນ​ເຫດ​ການ, ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ໄດ້​ຮັບ​ການ​ຈັດ​ຕັ້ງ, ດຶງ​ດູດ​ການ​ເຂົ້າ​ຮ່ວມ ແລະ ການລະ​ດົມ​ກຳ​ລັງ​ໃຈ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼ​ວງຫຼາຍ. ພິ​ເສດ, ໃນຄ່ຳ​ຄືນ​ສະ​ແດງວ່າວ​ສິ​ລະ​ປະ​ຢູ່​ເດີນ golf Paradise ເມື່ອ​ຕອນ​ຄ່ຳ​ວັນ​ທີ 10/12, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ເລິກ​ເຊິ່ງ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ ແລະ ແຂກ​ເຂົ້າ​ຊົມ​ນັບ​ພັນ​ຄົນ. ເຂົ້າ​ຮ່ວມງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7 ປີ 2016, ມີ​ນັກ​ສິ​ລະ​ປິນ​ວ່າວ 94 ຄົນ, ໃນ​ນັ້ນ​ມີ 64 ຄົນ​ແມ່ນ​ນັກ​ສິ​ລະ​ປິນ​ຕ່າງ​ປະ​ເທດ​ມາ​ຈາກ 23 ປ​ະ​ເທດ, ເຂດ​ແຄ້ວນ ແລະ ນັກ​ສິ​ລະ​ປິນ 30 ຄົນ​ມາ​ຈາກ​ບັນ​ດາ​ສະ​ໂມ​ສອນ​ວ່າວ​ຂອງ ຫວຽດ​ນາມ.

        ຜ່ານ​ການ​ຈັດ​ຕັ້ງ 7 ຄັ້ງ, ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ຂອງ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ ເວົ້າ​ລວມ, ຂ​ອງ​ຂະ​ແໜງ​ທ່ອງ​ທ່ຽວ ບ່າ​ເຣ້ຍ ຫວູງ​ເຕົ່າ ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ