ງານມະໂຫລານສິລະປະຂ່ຳນັບຮັບຕ້ອນການພົວພັນຄູ່ເຈລະຈາອາຊຽນ-ຈີນ

ງານມະໂຫລານສິລະປະຂ່ຳນັບຮັບຕ້ອນການພົວພັນຄູ່ເຈລະຈາອາຊຽນ-ຈີນ - ảnh 1
(ພາບປະກອບ/TTXVN)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 28/12 ຢູ່​ນະຄອນ​ທ່ອງ​ທ່ຽວ Siem Reap, ກຳປູ​ເຈຍ ​ໄດ້​ໄຂ​ງານ​ມະ​ໂຫລານ​ວັດທະນະທຳ, ສິລະ​ປະ ອາ​ຊຽນ - ຈີນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳ​ນັບຮັບ​ຕ້ອນ​ພິທີ​ສະ​ເຫຼີ​ມສະຫຼອງການ​ພົວພັນ​ຄູ່ເຈລະຈາ​ລະຫວ່າງ ອາ​ຊຽນ - ຈີນ ຄົບຮອບ 25 ປີ.  ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ມີ​ຜູ້ຕາງໜ້າ​ຂອງ​ສະຖານທູດ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ ​ແລະ ຜູ້ຕາງໜ້າ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອື່ນໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Thon Khon ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ ກຳປູ​ເຈຍ ຖື​ວ່າ: ງານ​ມະ​ໂຫລານ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ ​ແລະ ຈີນ ​ແລກປ່ຽນ ​ແລະ ຮ່ຳຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ຮັກສາ ​ແລະ ພັດທະນາ​ວັດ​ທະນະ​ທຳ​ ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ​ໃຫ້ນັບ​ມື້​ນັບ​ໝັ້ນ​ຄົງກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ