ງານລາຕີຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 11

(VOVWORLD) - ທີ່ລາຍການ, ຄະນະເລຂາສູນກາງຊາວໜຸ່ມຊຸດທີ 11 ໄດ້ສະເໜີຕົວ ແລະ ປະຕິບັດພິທີການເລີ່ມເຄື່ອນໄຫວອາຍຸການໃໝ່
ງານລາຕີຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 11 - ảnh 1 ລາຍການສະແດງສິລະປະທີ່ງານລາຕີ

ຕອນຄ່ຳວັນທີ 13 ທັນວາ, ຢູ່ອະນຸສາວະລີ ລີ໋ທ໋າຍໂຕ້, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານລາຕີ ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ທົ່ວປະເທດຄັ້ງທີ 11, ອາຍຸການ 2017 – 2022. ທີ່ລາຍການ, ຄະນະເລຂາສູນກາງຊາວໜຸ່ມຊຸດທີ 11 ໄດ້ສະເໜີຕົວ ແລະ ປະຕິບັດພິທີການເລີ່ມເຄື່ອນໄຫວອາຍຸການໃໝ່, ກ່າວຄຳເຫັນທີ່ລາຍການ, ສະຫາຍ ເລກວກຟອງ, ເລຂາທີ 1 ສູນກາງຊາວໜຸ່ມ, ໃຫ້ຮູ້ວ່າ:

        “ເພື່ອຜັນຂະຫຍາຍຜົນສຳເລັດມະຕິກອງປະຊຸມໃຫຍ່ນັ້ນ ຮຽກຮ້ອງໃຫ້ໄວໜຸ່ມ ຫວຽດນາມ: ນຳໜ້າໃນການກະທຳ, ປະຈັນບານ, ອາສາສະໝັກ, ກ້າຄິດ, ກ້າທຳ, ກຽມພ້ອມຮັບມືກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບໍ່ວ່າໄປບ່ອນໃດ, ບໍ່ວ່າເຮັດວຽກງານໃດທີ່ປະເທດຊາດຕ້ອງການ. ເຝຶກຝົນຫຼໍ່ຫຼອມຄຸນນະທາດໝັ້ນແກ່ນ, ມີນ້ຳໃຈຮັກຊາດ, ຢຶດໝັ້ນແນວຄິດເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ, ສືບທອດນ້ຳໃຈຈົ່ງຮັກພັກດີ ແລະ ປະຕິບັດພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດເປັນຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ