ງານລາຕີສິລະປະອາຊຽນ ຢູ່ Festival ເຫ້ວ 2014


ງານລາຕີສິລະປະອາຊຽນ ຢູ່ Festival ເຫ້ວ 2014 - ảnh 1
 (
ພາບ: vov)

 (vovworld)- ​​ ​ໃນ​ຂອບ​ເຂດ Festival ​ເຫ້ວ 2014, ຕອນ​ຄ່ຳ​ວັນ​ທີ 19/4, ຢູ່​ນະຄອນ​ເຫ້ວ, ​ໄດ້​ຈັດ​ໃຫ້​ມີ​ງານ​ລາຕີ​ສິລະ​ປະ​ອາ​ຊຽນ ຊື່​ງ​ແມ່ນ​ລາຍການສະ​ແດງ​ສິລະ​ປະ​ພິ​ເສດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນ​ດາ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ, ສິລະປະ​ຫຼາຍ​ຮູບ​ຫຼາຍ​ແບບຂອງ​ອາ​ຊຽນ. ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ຮ່ວາງ​ຕວນ​ແອ​ງ, ທ່ານ​ລັດຖະມົນຕີ​ຮັບຜິດຊອບ​ວັດທະນະທຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່​ເຈລະຈາຄື: ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ກໍ່​ໄດ້​ເຂົ້າຮ່ວມ​ງານ​ລາຕີ​ສິລະ​ປະ​ຄັ້ງນີ້.

  13 ລາຍການ​ສະ​ແດງສິລະ​ປະ​ຂອງ 10 ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ສີສັນ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ຟານ​ຕຽນ​ຢຸງ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ:

  “​ມື້​ນີ້, ​ເຫ້ວ​ໄດ້​ຮັບຮອງ​ແມ່ນ​ນະຄອນ​ວັດທະນະທຳ​ຂອງ​ອາ​ຊຽນ. ສິ່ງ​ດັ່ງ​ກ່າວ​ໄດ້​ເປີດ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຊື່​ງມື້​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ. ນີ້​ກໍ່ແມ່ນ​ບ່ອນ​ເຕົ້າ​ໂຮມ​ວັດທະນະທຳ​ຂອງ​ບັນດາ​ເຂດ​ພາກ​ໃນ​ທົ່ວປະ​ເທດ, ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງ​ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ“./.

ຂ່າວ/ບົດ​ອື່ນ