ງານລາຕີສີສັນລະດູບານໃຫມ່ພາກຕາເວັນຕົກແລະປະກາດບຸນສັງການແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ

(VOVWORLD) -ຕອນຄ່ຳວັນທີ 3 ກຸມພາ, ຢູ່ເມືອງ ເກວຟອງ, ຄະນະກຳມະກນປະຊາຊົນ ແຂວງ ເງ້ອານ ໄດ້ຈັດຕັ້ງງານລາຕີສີສັນລະດູບານໃຫມ່ພາກຕາເວັນຕົກປີ 2018 ແລະ ປະກາດບຸນສັງການແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ ຂອງຊາວເຜົ່າຜູ້ໄທ ແຂວງ ເງ້ອານ.
ງານລາຕີສີສັນລະດູບານໃຫມ່ພາກຕາເວັນຕົກແລະປະກາດບຸນສັງການແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ - ảnh 1 ໄຂງານລາຕີສີສັນລະດູບານໃຫມ່ພາກຕາເວັນຕົກ

ກ່າວຄຳເຫັນທີ່ພິທີ, ທ່ານ ເລມີງທົງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເງ້ອານ ໄດ້ຢືນຢັນ: ບຸນສັງການ ແມ່ນງານບຸນພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທ ປະກອບສ່ວນຕອບສະຫນອງຄວາມຕ້ອງການຊົມໃຊ້ດ້ານວັດທະນະທຳ, ເປັນຕົ້ນແມ່ນວັດທະນະທຳດ້ານຈິດວິນຍານຂອງຊາວເຜົ່າສ່ວນຫນ້ອຍເວົ້າລວມ ແລະ ຊາວເຜົ່າຜູ້ໄທເວົ້າສະເພາະ. ສະນັ້ນ ປະຊາຊົນຄວນຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ