ງານລາຕີສະແດງສິລະປະຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດທີ່ດີເດັ່ນ

ງານລາຕີສະແດງສິລະປະຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດທີ່ດີເດັ່ນ - ảnh 1
ການບໍລິຈາກເລືອດຂອງບັນດານັກບໍລິຈາກເລືອດອາສາສະໝັກ
(ພາບ: Thanh Tùng/TTXVN)

(vovworld) – ງານ​ລາ​ຕາ​ດັ່ງກ່າວ​ດຳ​ເນີນ​ໄປ​ໃນ​ວັນ​ທີ 2/7, ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສີ​ລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ທີ່​ໄດ້ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ການ​ກະທຳ​ອັນ​ສູງສົ່ງ ບໍລິຈາກ​ເລືອດຂອງ​ບັນດາ​ຜູ້​ບໍລິຈາກ​ເລືອດ​ທີ່​ດີ​ເດັ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ສາດສະດາຈານ, ດຣ ຫງວຽນ​ແອ​ງຈີ໋, ຫົວ​ໜ້າ​ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ, ຫວັງ​ວ່າ: ດ້ວຍ​ສະມາຊິກ​ອາສາ​ສະໝັກ 100 ຄົນ​ໄດ້​ດຳ​ເນີນ​ການ​ເດີນທາງ​ຈາກ​ພາກ​ເໜືອ​ຮອດພາກ​​ໃຕ້​ໃນ​ເວລາ​ເກືອບ 1 ​ເດືອນ, ຂະ​ບວນການ​ບໍລິຈາກ​ເລືອດ ປີ 2014 ຈະ​ໄດ້​ຮັ​ບ​ເລືອດຢ່າງ​ໜ້ອຍ​ສຸດ 19.000 ຖົງ.

    ​ແລະ​ກໍ່​ໃນວັນ​ດຽວ​ກັນ, ບັນ​ດາ​ສະມາຊິກ​ອາ​ສາ​ສະໝັກ​ຂອງ​ລາຍການ​ບໍລິຈາກ​ເລືອດ ​ໄດ້​​ເດີນ​ຂະ​ບວນ​ໂຄສະນາ​ເຜີຍ​ແຜ່​ຢູ່​ນະຄອນ ​ແຣກຢ໋າ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ພວມ​​ໄດ້​ຮັບ​ການປິ່ນປົວຢູ່​ໂຮງໝໍ​ຫຼາຍ​ຂະ​ແໜງ​ແຂວງ ກຽນ​ຢາງ.

 

 


ຂ່າວ/ບົດ​ອື່ນ