ງານລ້ຽງສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ-ອາເມລິກາເປັນປົກກະຕິ

ງານລ້ຽງສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ-ອາເມລິກາເປັນປົກກະຕິ - ảnh 1
ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​
ທາງການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ
(ພາບ: CPV)

(vovworld) -  ​ຕອນ​ຄ່ຳ​ວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັ​ບກະຊວງ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ (1995 - 2015). ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກີ​ມງ້ອກ ​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນປະ​ຈຸບັນ​ພວມ​ຢູ່​ໄລຍະ​ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫລວງ, ​ໜ້າ​ເຄົາລົບ ບໍ່​ພຽງ​ແຕ່ຂອງ 20 ປີ​ແຫ່ງ​ວັນ​ມານະ​ພະຍາຍາມ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ ຫາກ​ຍັງ​ແມ່ນ​ຂອງວິວັດ​ການ​ອັນ​ຍາວ​ນານ​ກ່ວາ​ອີກ​​ເທົ່າ​ນັ້ນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ຖື​ວ່າ: , ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ອະນາຄົດ​ແຫ່ງ​ການ​ພົວພັນ 2 ປະ​ເທດ ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ສາມາດ​ປົ່ນ​ຊ້ອນ​ຫລາຍ​ຢ່າງ ​ເພື່ອ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ກ່ວາ​ອີກ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ມຸ່ງ​ມາດ​ຂອງ​ປະຊາຊົນ 2 ປະ​ເທດ.

              ທ່ານ​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ສຳ​ຫຼວດກວດຄືນ​ການ​ພົວພັນລະຫວ່າງ 2 ປະ​ເທດ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 11/7/1995. ​ໂດຍ​ຜ່ານ​ບັນດາ​ສາ​ຍພົວພັນ​ດ້ານ​ການ​ທູດ, ​ເສດຖະກິດ ​ແລະ ສັງຄົມ, ມາຮອດ​ປະຈຸ​ບັນ ການ​ພົວພັນ 2 ປະ​ເທດ​ທັງ​ເປັນ​ເພື່ອນ​ມິດ, ທັງ​ເປັນ​ຄູ່​ຮ່ວມ​ມື. ທ່ານ​ເອກ​ອັກຄະ​ລັດຖະທູດ ຖື​ວ່າ: ບັນດາ​​ຄວາມມານະ​ພະຍາຍາມ ​ແລະ ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ເພື່ອ​ຮັກສາ​ການ​ພົວພັນຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ 2 ປະ​ເທດ ຈະ​ ​ໄດ້​ຮັບ​ການສືບ​ຕໍ່​ໃນ 20 ປີ​ຕໍ່​ໜ້າ ​ແລະ ​​ໃນ​ໄລຍະຍາວກ່ວາ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ