ງານວາງວະແດງພາບແຕ້ມ ຫວຽດນາມ ຢູ່ປະເທດໄທ

ງານວາງວະແດງພາບແຕ້ມ ຫວຽດນາມ  ຢູ່ປະເທດໄທ - ảnh 1

ງານ​ວາງ​ວະ​ແດງ​ພາບ​ແຕ້ມ ຢູ່​ປະ​ເທດ​ໄທ

(ພາບ:rcst.gpv.vn)

( vovworld ) – ງານ​ວາງສະ​ແດງ​ພາບ​ແຕ້ມຂອງ​ຈິດຕະກອນ ​ໄທ 4 ຄົນ ກ່ຽວ​ກັບສະຖາປັດຕະຍາ​ກຳ ຫວຽດນາມ ​ໃນ​ເມື່ອ​ກອ່ນ ​ແລະ ​ໃນປະຈຸ​ບັນຫາ​ກໍ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ. ພາບ​ແຕ້ມ 180 ​ແຜ່ນ​ຂອງ​ຈິດຕະກອນ ​ໄທ 4 ຄົນທີ່ວາງສະ​ແດງ​ຢູ່​​ໃນງານ​​ດັ່ງກ່າວ ​ແມ່ນ​​ພາມ​ແຕ້ມ​ທີ່​ບັນດາ​ນັກ​ຈິດຕະກອນ​ແຕ້ມ ພາຍຫລັງ​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ ຫວຽດນາມ ຊື່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສວຍ​ງາມ​ຂອງ​ບັນດາ​ກິດຈະກຳ, ​ເຂດ​ປູ​ສະ​ນີຍະສະ​ຖານ​ບູຮານ, ທີ​ວທັດ​ທຳ​ມະ​ຊາດ, ວິຖີການ​ດຳລົງ​ຊີວິດ​ອັນ​ອຸດົມສົມບູນ​ຂອງ​ແຕ່ລະ​ເຂດ​ພາກ. ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ, ທ່ານ ​ໂງ​ດຶກ​ທັງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໄທ ​ໄດ້​ຕີ​ລາຄາ​ວ່າ: ນີ້​ແມ່ນໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ, ຊ່ວຍ​​ໃຫ້ປະຊາຊົນ ​ໄທ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ ຫວຽດນາມ ທີ່ສວຍ​ງາມ, ສັນຕິພາບ, ປະຊາ​ຊົນ ຫວຽດນາມ ຮັກ​ແພງ​ແຂກຄົນ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​ ອາ​ຊຽນ ກ້າວ​ຂຶ້ນ ​ໃນ​ສະພາບ​ການທີ່​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ ​ຫວຽດນາມ-​ໄທ ບັນລຸ​ລະດັບ​ສູງ​ໃໝ່ ພາຍຫຼັງ 35 ປີ​ໄດ້ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ

 

ຂ່າວ/ບົດ​ອື່ນ