ງານວາງສະແດງ ENTECH HANOI 2023 ດຶງດູດຫຼາຍປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ

(VOVWORLD) - ENTECH HANOI 2023 ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 200 ແຫ່ງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນ
ງານວາງສະແດງ ENTECH HANOI 2023 ດຶງດູດຫຼາຍປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ - ảnh 1ງານຕະຫຼາດນັດ ENTECH HANOI 2022
(ພາບປະກອບ: ຄະນະຈັດຕັ້ງງານວາງສະແດງ)

        ແຕ່ວັນທີ 28 – 30 ມິຖຸນາ, ຢູ່ສູນວາງສະແດງເຕັກໂນໂລຊີ I.C.E Hanoi, ຮ່າໂນ້ຍ ຈະຈັດງານຕະຫຼາດນັດສາກົນເຕັກໂນໂລຊີພະລັງງານ - ສິ່ງແວດລ້ອມ ຮ່າໂນ້ຍ 2023 (ENTECH HANOI 2023) ດ້ວຍຫົວຂໍ້ “ຫັນປ່ຽນພະລັງງານ - ສິ່ງແວດລ້ອມແບບຍືນຍົງ”. ເຫດການເພື່ອຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ສຳຜັດກັບມາດຕະການແກ້ໄຂເຕັກໂນໂລຊີທີ່ກ້າວໜ້າໃນໂລກ, ຜ່ານນັ້ນຊ່ວຍຖ່າຍທອດເຕັກໂນໂລຊີ, ພັດທະນາດຳເນີນທຸລະກິດ.

        ENTECH HANOI 2023 ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 200 ແຫ່ງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນ, ຄື: ຫວຽດນາມ, ສ.ເກົາຫຼີ, ຈີນ, ຍີ່ປຸ່ນ… ດ້ວຍຮ້ານວາງສະແດງກວ່າ 200 ຮ້ານ, ເຊິ່ງໄດ້ແນະນຳບັນດາຜະລິດຕະພັນ, ເຕັກໂນໂລຊີໃໝ່, ເຕັກໂນໂລຊີກ້າວໜ້າ, ປະຢັດພະລັງງານ, ເຕັກໂນໂລຊີແກ້ໄຂ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ