ງານວາງສະແດງ “ພົນທະຫານກອງທັບປະຊາຊົນ ຫວຽດນາມ ຜ່ານບັນດາບັ້ນສູ້ຮົບ ທີ່ພົ້ນເດັ່ນໃນ ການຕໍ່ຕ້ານ 2 ຄັ້ງ”

(VOVWORLD) -ງານວາງສະແດງນີ້ ແມ່ນການເຄື່ອນໄຫວປະກອບສ່ວນສະແດງຄວາມຮູ້ບຸນຄຸນ, ເຊິດຊູຄຸນງາມຄວາມດີຂອງບັນດາພົນທະຫານກອງທັບປະຊາຊົນຫວຽດນາມ ຜ່ານບັນດາບັ້ນຮົບ ທີ່ພົ້ນເດັ່ນໃນການຕໍ່ ຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ອາເມລິກາ,  ອັນໄດ້ຊ່ວຍໃຫ້ມະຫາຊົນ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບນໍ້າໃຈປະຕິວັດ, ຄວາມເຊື່ອໝັ້ນຕໍ່ໄຊຊະນະ...

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 74 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 74 ປີແຫ່ງວັນສ້າງຕັ້ງ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2018), 29 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2018), ຕອນບ່າຍວັນທີ 20 ທັນວາ, ຢູ່ ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ (ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີໄຂ ງານວາງສະແດງ ດ້ວຍຫົວຂໍ້ວ່າ “ພົນທະຫານກອງທັບປະຊາຊົນຫວຽດນາມ ຜ່ານບັນດາບັ້ນສູ້ຮົບທີ່ພົ້ນເດັ່ນ ໃນ ການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ອາເມລິກາ”.

ງານວາງສະແດງ “ພົນທະຫານກອງທັບປະຊາຊົນ ຫວຽດນາມ ຜ່ານບັນດາບັ້ນສູ້ຮົບ ທີ່ພົ້ນເດັ່ນໃນ  ການຕໍ່ຕ້ານ 2 ຄັ້ງ” - ảnh 1 ບັນດາຜູ້ແທນຢ້ຽມຊົມພາບຖາຍກ່ຽວກັບພົນທະຫານກອງທັບປະຊາຊົນ ຫວຽດນາມ ຜ່ານບັນດາບັ້ນສູ້ຮົບ ທີ່ພົ້ນເດັ່ນໃນ  ການຕໍ່ຕ້ານ 2 ຄັ້ງ (ພາບ: hanoimoi.com.vn)

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ພັນຕີ ມາຍທິງອັກ, ຜູ້ອໍານວຍການ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຢັ້ງຢືນວ່າ ງານວາງສະແດງນີ້ ແມ່ນການເຄື່ອນໄຫວປະກອບສ່ວນສະແດງຄວາມຮູ້ບຸນຄຸນ, ເຊິດຊູຄຸນງາມຄວາມດີຂອງບັນດາພົນທະຫານກອງທັບປະຊາຊົນຫວຽດນາມ ຜ່ານບັນດາບັ້ນຮົບ ທີ່ພົ້ນເດັ່ນໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ອາເມລິກາ,  ອັນໄດ້ຊ່ວຍໃຫ້ມະຫາຊົນ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບນໍ້າໃຈປະຕິວັດ, ຄວາມເຊື່ອໝັ້ນຕໍ່ໄຊຊະນະ, ຄວາມຕັດສິນໃຈຢ່າງເດັດດ່ຽວຜ່ານຜ່າທຸກຄວາມຫຍຸ້ງຍາກ, ລໍາບາກ, ການເສຍສະຫຼະຊີວິດເພື່ອຍາດເອົາເອກະລາດ, ເສລີພາບ ໃຫ້ແກ່ປະເທດຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ