ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ

(VOVWORLD) -  ງານວາງສະແດງຄັ້ງນີ້ ຊ່ວຍໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະ ຜູ້ມາຊົມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ພ້ອມທັງກຳແໜ້ນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ.
ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ - ảnh 1ພິທີໄຂງານວາງສະແດງ (ພາບ: TTXVN)

ຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຫໍພິພິທະພັນກຳລັງປະກອບອາວຸດ ທາງທິດຕາເວັນອອກພາກໃຕ້, ນະຄອນ ໂຮ່ຈີມິນ, ກົມການເມືອງທະຫານເຂດ 7 ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ “ສະພາແຫ່ງຊາດ ຫວຽດນາມ - ບັນດາໄລຍະທາງແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ”. ງານວາງສະແດງໄດ້ແນນຳເຖິງຜູ້ຊົມພາບຖ່າຍ ແລະ ເອກະສານ ຫຼາຍກວ່າ 200 ຢ່າງ ດ້ວຍ 3 ຫົວຂໍ້: ປະທານໂຮ່ຈີມິນ ກັບການເລືອດຕັ້ງທົ່ວປະເທດຄັ້ງປະຖົມມະລຶກ”; “ສະພາແຫ່ງຊາດ ຫວຽດນາມ ບັນດາໄລຍະທາງແຫ່ງປະຫວັດສາດ”; “ກຳລັງປະກອບອາວຸດທະຫານເຂດ 7 ດໍາລົງຊີວິດ ແລະ ປະຕິບັດຕາມລັດຖະທຳມະນຸນ ແລະ ກົດໝາຍ”.

        ງານວາງສະແດງຄັ້ງນີ້ ຊ່ວຍໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະ ຜູ້ມາຊົມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ພ້ອມທັງກຳແໜ້ນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ. ງານວາງສະແດງດັ່ງກ່າວ ຈະດຳເນີນຮອດທ້າຍເດືອນພຶດສະພາ 2021 ຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ