ງານວາງສະແດງ “ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ກາວບັງ

(VOVWORLD) -ງານວາງສະແດງໄດ້ແນະນຳຮູບຖ່າຍ 300 ກວ່າແຜ່ນ, ໃນນັ້ນມີ 80 ກວ່າແຜ່ນແມ່ນກ່ຽວກັບປະຊາຄົມອາຊຽນ ແລະ ປະມານ 200 ແຜ່ນກ່ຽວກັບຊົນເຜົ່າ, ສາສະໜາ, ເອກະສານ
ງານວາງສະແດງ “ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ກາວບັງ - ảnh 1ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ

     ວັນທີ 9 ກໍລະກົດ, ຢູ່ເມືອງ ຮວ່າອານ, ແຂວງ ກາວບັ່ງ, ພະແນກຖະແຫລງຂ່າວ ແລະ ສື່ສານ ໄດ້ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ກາວບັ່ງ ພ້ອມກັບ ຄະນະກໍາມະການ ປະຊາຊົນເມືອງ ຮ່ວາອານ ຈັດຕັ້ງງານວາງສະແດງ “ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”; ຮູບພາບໃນປະຊາຄົມອາຊຽນແລະພາບຖ່າຍ, ວັດຖຸ ເອກະສານກ່ຽວກັບຊົນເຜົ່າແລະສາສະຫນາ.

ງານວາງສະແດງໄດ້ແນະນຳຮູບຖ່າຍ 300 ກວ່າແຜ່ນ, ໃນນັ້ນມີ 80 ກວ່າແຜ່ນແມ່ນກ່ຽວກັບປະຊາຄົມອາຊຽນ ແລະ ປະມານ 200 ແຜ່ນກ່ຽວກັບຊົນເຜົ່າ, ສາສະໜາ, ເອກະສານ. ງານວາງສະແດງຍັງວາງສະແດງແຜນທີ່, ວັດຖຸເອກະສານ 80 ຢ່າງກ່ຽວກັບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ; ພິທີລົງນາມເອກະສານ 3 ສະບັບກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ; ຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ; ເອກະສານກ່ຽວກັບ ເຈື່ອງຊາ ແລະ ຮວ່າງຊາ ໃນສະໄໝຝຣັ່ງຄອບຄອງ...

    ງານວາງສະແດງດຳເນີນໄປຮອດວັນທີ 10 ກໍລະກົດ 2022ຈຶ່ງອົດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ