ງານ​ວາງ​ສະ​ແດງ​ການ​ຄ້າ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ ໄຕ​້ຫ​ວັນ 2019

(VOVWORLD) - TAIWAN EXPO 2019 ມີຮ້ານວາງສະແດງ ແລະ ຂາຍສິນຄ້າ 230 ຮ້ານ ທີ່ມາຈາກກ່ວາ 170 ຫົວໜ່ວຍເຂົ້າຮ່ວມການວາງສະແດງຜະລິດຕະພັນ, ການບໍລິການຕາມຫົວຂໍ້ຕ່າງໆຄື: ນະຄອນອັດສະລິຍະ ແລະ ອຸດສາຫະກຳ 4.0, ອຸປະກອນເຕັກໂນໂລຢີຂໍ້ມູນຂ່າວສານ.
ງານ​ວາງ​ສະ​ແດງ​ການ​ຄ້າ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ ໄຕ​້ຫ​ວັນ 2019 - ảnh 1 ງານວາງສະແດງການຄ້າກ່ຽວກັບຜະລິດຕະພັນ ໄຕ້ຫວັນ 2019 – TAIWAN EXPO 2019

ງານວາງສະແດງການຄ້າກ່ຽວກັບຜະລິດຕະພັນ ໄຕ້ຫວັນ 2019 – TAIWAN EXPO 2019 ຈະດຳເນີນໃນລະຫວ່າງວັນທີ 8 – 10 ສິງຫາ 2019 ຢູ່ຫໍວັດທະນະທຳມິດຕະພາບ (ເຮືອນເລກທີ 91 ຖະໜົນ ເຈິ່ນຮຶງດ້າວ, ຮ່ວານກ໊ຽມ, ຮ່າໂນ້ຍ) ໂດຍບໍລິສັດຫຸ້ນສ່ວນງານຕະຫຼາດນັດ, ວາງສະແດງ ແລະ ໂຄສະນາ ຂອງ ຫວຽດນາມ - VIETFAIR ສົມທົບກັບກົມການຄ້າຕ່າງປະເທດ ໄຕ້ຫວັນ, ປະເທດຈີນ ແລະ ສະຫະສະມາຄົມສົ່ງເສີມການຄ້າ ໄຕ້ຫວັນ  -TAITRA ຈັດຕັ້ງຂຶ້ນ.

         TAIWAN EXPO 2019 ມີຮ້ານວາງສະແດງ ແລະ ຂາຍສິນຄ້າ 230 ຮ້ານ ທີ່ມາຈາກກ່ວາ 170 ຫົວໜ່ວຍເຂົ້າຮ່ວມການວາງສະແດງຜະລິດຕະພັນ, ການບໍລິການຕາມຫົວຂໍ້ຕ່າງໆຄື: ນະຄອນອັດສະລິຍະ ແລະ ອຸດສາຫະກຳ 4.0, ອຸປະກອນເຕັກໂນໂລຢີຂໍ້ມູນຂ່າວສານ…ສິ່ງທີ່ໜ້າສົນໃຈແມ່ນມີການສະແດງລາຍການສິລະປະຈາກບັນດານັກສິລະປິນຊາວໄຕ້ຫວັນຢ່າງຫຼວງຫຼາຍ.

        ໃນຂອບເຂດ TAIWAN EXPO 2019 ນອກຈາກ ການລົງນາມໃນ MOU ລະຫວ່າງ ສະຫະສະມາຄົມ ສົ່ງເສີມການຄ້າ ໄຕ້ຫວັນ TAITRA ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ VCCIແລ້ວ, ຄະນະຈັດຕັ້ງຍັງຈັດຕັ້ງ 2 ເວທີປາໄສດ້ານວິຊາການລວມມີ: ເວທີປາໄສ “ເຕັກໂນໂລຢີການແພດ ແລະ ການຮັກສາສຸຂະພາບແບບອັດສະລິຍະ”, ເວທີປາໄສ “ລະບົບອຸປະທານເຢັນເຕັກໂນໂລຢີໃໝ່ ໄຕ້ຫວັນ”

ຕອບກັບ

ຂ່າວ/ບົດ​ອື່ນ