ງານວາງສະແດງກ່ຽວກັບພັກກອມມູນິດຫວຽດນາມແລະສະພາແຫ່ງຊາດຫວຽດນາມ

ງານວາງສະແດງກ່ຽວກັບພັກກອມມູນິດຫວຽດນາມແລະສະພາແຫ່ງຊາດຫວຽດນາມ - ảnh 1
ງານວາງສະແດງກ່ຽວກັບພັກກອມມູນິດຫວຽດນາມ
ແລະສະພາແຫ່ງຊາດຫວຽດນາມ
(ພາບ: TTXVN)

(vovworld) – ​ໃນ​ວັນ​ທີ 05/04, ທີ່​ຫໍ​ສະ​ໝຸດ​ແຂວງ​ຖາຍ​ງວຽນໄດ້, ດຳ​ເນີນ​​ງານ​ວາງວ​ສະ​ແດງ “ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ - ບັນ​ດາ​​ໄລ​ຍະ​ທາງ​​ແຫ່ງປະ​ຫວັດ​ສາດ” . ງານ​ວາງ​ສະ​ແດງ, ແນະ​ນຳ​ ເອ​ກະ​ສານ ກວ່າ​ 1000 ຢ່າງ ​ ປະ​ກອບ​ມີ ປື້ມ, ໜັງ​ສື​ພີມ, ຮູບ​ພາບ… ​ເຊິ່ງ​ໄດ້​ສ່ອງ​ແສງ​ໄລ​ຍະ 86 ປີ ປະ​ຫວັດ​ສາດ​​ແຫ່ງ​ການ​ສ້າງ​ຕັ້ງ ແລະ ການ​ພັດ​ທະ​ນາ​ຂອງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ບົດ​ບາດ​ຂອງ​ປະ​ທານ​ໂຮ່​ຈີ​ມີນ ໃນ​ການສ້າງ​ຕັ້ງ ແລະ ຝຶກ​ຝົນຫຼໍ່ຫຼອມ​ພັກ; ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ຜ່ານ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ຕ່າງໆ; ບັນ​ດາຂິດ​ໝາຍ​ສຳ​ຄັນ ແລະ ບັນ​ດາ​ຜົນ​ສຳ​ເລັດ​ອັນ​ສະ​ຫວ່າ​ລາ​ສີ ຂອງ​ປະ​ເທດ. ພິ​ເສດ, ງານ​ວາງ​ສະ​ແດງ ຍັງ​ແນະ​ນຳ​ເຖິງມວນ​ຊົນ ໄລ​ຍະ​ທາງ 70 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ​ເອ​ກະ​ສານ​ເຫຼົ່ານີ້ ​ໄດ້ສະ​ແດງ​ໃຫ້​ເຫັນ​ໃນ 70 ປີ ຜ່ານ​ມາ​, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​​ຜ່ານຜ່າ ​ບັນ​ດາ​ໄລ​ຍະ​ທາງ​ອັນ​ສະ​ຫງ່າ​ລາ​ສີ, ສ້າງ​​ທີ່​ຕັ້ງ​ອັນໝັ້ນ​ຄົງ ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ເຕີບ​ໃຫຍ່​ເຂັ້ມ​ແຂງ​ຢ່າງບໍ່​ຢຸດຢັ້ງ​, ນັບ​ມື​້ນັບ​ຢັ້ງ​ຢືນ​ທີ່​ຕັ້ງ, ບົດ​ບ​າດ ເປັນ​ອົງ​ການ​​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ. ພ້ອມ​ກັບ​ບັນ​ດາເອ​ກະ​ສານ​​ທີ່​ນຳ​ມາວາງ​ສະ​ແດງ, ​ງານ​ວາງ​ສະ​ແດງກໍ່​ແນະ​ນຳ ເຖິງ​ຜູ້​ອ່ານ ແລະ ປະ​ຊາ​ຊົນ ​ກ່ຽວ​ກັບ​ບົດໜັງ​ສື​ພີມ​ທີ່​ດີ​ເດັ່ນ 30 ​ບົດ ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 12 ຂອງ​ພັກ, ​ບົດໜັງ​ສື​ພີມ​ທີ່​ດີ​ເດັ່ນ 30 ​ບົດ ກ່ຽວ​ກັບ 30 ປີ​ ແຫ່ງ​ການ​ປ່ຽນ​ແປງ​ໃໝ່ຂອງປະ​ເທດ​ຊາດ.

ງານ​ວາງ​ສະ​ແດງ ໄດ້​ຈັດ​ຕັ້ງ​​ຂື້ນ​ເພື່ອເພື່ອຄຳ​ນັບ​​ຊົມ​ເຊີຍ ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 12 ຂອງ​ພັກ, ພ້ອມ​ທັງ​ໂຄ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບ​ບັ້ນ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016-2021 ​ໃຫ້ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ ແຂວງ​ຖາຍ​ງວຽນ​ໄດ້​ຮັບ​ຊາບ.

ຂ່າວ/ບົດ​ອື່ນ