ງານວາງສະແດງຈິດຕະກຳແລະປະຕິມາກຳຂອງນັກຮຽນຕາປອດ

ງານວາງສະແດງຈິດຕະກຳແລະປະຕິມາກຳຂອງນັກຮຽນຕາປອດ - ảnh 1
ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ
(ພາບ: qdnd.vn)

(vovworld) – ວັນ​ທີ 12/1, ຢູ່​ຮ່າ​ໂນ້ຍ, ໄຂ​ງານ​ວາງ​ສະ​ແດງ​ພິ​ເສດ​ກ່ຽວ​ກັບ​ຈິດ​ຕະ​ກຳ ແລະ ​ປະ​ຕິ​ມາ​ກຳ​ຂອງ​ບັນ​ດາ​ນັກ​ຮຽນ​ຕາ​ປອດ​ໂຮງ​ຮຽນ ຫງວຽນ​ດິ່ງ​ຈ໋ຽວ (ຮ່າ​ໂນ້ຍ), ສູນ​​ກາຍ​ຍະ​ບຳ​ບັດ, ສຶກ​ສາ, ສອນ​ວິ​ຊາ​ຊີບ ແລະ ສ້າງວຽກ​ເຮັດ​ງາ​ນ​ທຳ​ໃຫ້​ຄົນ​ຕາ​ປອດ (ແຂວງ ຫາຍ​ເຢືອງ) ແລະ ນັກ​ຮຽນ ໂຮງ​ຮຽນ​ສິ​ລະ​ປະ Toumelila (ຊູ​ແອດ)  ທີ່​ມີ​ຊື່​ວ່າ “ສິ​ລະ​ປະ​ເຊື່ອມ​ຕໍ່ເພື່ອນ​ມິດ”.

        ຮູບ​ພາບ​ກ່​ວາ 100 ແຜ່ນ ແລະ ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົ່າ​ 200 ຢ່າງ​​ທີ່ວາງ​ສະ​ແດງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​​ຄ່ອງ​ແຄ້ວ ແລະ ຄວາມ​ສຳ​ນຶກ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ບັນ​ດາ​ນັກ​ຮຽນ​ຕາ​ປອດ. ນ້ອງ ຟູ່ງວັນ​ມິງ, ນັກ​ຮຽນ​ໂຮງ​ຮຽນ​​ມັດ​ທະ​ຍົມ​ຕອນ​ຕົ້ນ ຫງວຽນ​ດິ່ງ​ຈ໋ຽວ, ຮ່າ​ໂນ້ຍ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ວ່າ:

        “ນ້ອງ​ໄດ້​ແນະ​ນຳ​ເຖິງ​ທຸກ​ຄົນ​ໂຖດອກ​ໄມ້. ເມື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄື​ແນວນີ້ ນ້ອງ​ຫວັງ​ວ່າ​ ຫຼາຍ​ຄົນ​ຈະຮູ້​ຈັກ​ເຖິງ ແລະ ນຳ​ໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ນ້ອງ​ໃນ​ຄອບ​ຄົວຂອງ​ຕົນ.”

ຂ່າວ/ບົດ​ອື່ນ