ງານວາງສະແດງປຶ້ມ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ: ບົດເພງໄຊ ໃນສັດຕະວັດທີ 20“

ງານວາງສະແດງປຶ້ມ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ: ບົດເພງໄຊ ໃນສັດຕະວັດທີ 20“ - ảnh 1

ທີ່​ງານ​ວາງສະ​ແດງ

(ພາບ:xembaomoi.com)

(vovworld) - ຕອນ​ເຊົ້າວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ຫໍສະໝຸດ​ກອງ​ທັບ​ໄດ້​ຈັດ​ງານ​ວາງສະ​ແດງ​ປຶ້ມ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງອາກາດ: ບົດ​ເພງ​ໄຊ​ໃນ​ສັດຕະວັດ​ທີ 20“. ງານ​ວາງສະ​ແດງ​ໄດ້​ນຳ​ມາ​ວາງສະ​ແດງ, ​ແນະນຳ​ປຶ້ມ, ​ເອກະສານ​ກ່ວາ 800 ຫົວ​ໄດ້​ພິມ​ຈຳໜ່າຍ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂຽນ​ກ່ຽວ​ກັບ​ບັ້ນຮົບ  “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງອາກາດ“. ງານ​ວາງສະ​ແດງ​ຍັງ​ແນະນຳ​ບັນດາ​ຮູບ​ພາບ, ຫົວ​ຂໍ້, ຖານ​ຂໍ້​ມູນ, ​ເອກະສານ​ກ່ຽວ​ກັບ​ໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງອາກາດ“. ງານ​ວາງສະ​ແດງ​ໄດ້​ຊ່ວຍ​ໃຫ້​ຜູ້​ອ່ານ​ພາຍ​ໃນ ​ແລະ ນອກ​ກອງທັບ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ກ່ວາ​ກ່ຽວ​ກັບໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງອາກາດ“ ກໍ່​ຄືຄວາມ ໝາຍອັນ​ໃຫ່ຍຫຼວງຊື່​ງກອງທັບ ​ແລະ ປະຊາຊົນ​ຫວຽດນາມ ຕ້ອງ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ, ການ​ເສຍສະຫຼະ​ນາໆ​ປະການ​ຈຶ່ງ​ຍາດ​ມາ​ໄດ້. ນີ້​ກໍ່​ແມ່ນ​ໂອກາດ​​ເພື່ອ ຫວນ​ຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ງອົ່ງອາດ​ຂອງ​ຊາດ ​ແລ​ະ ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຜ່ານນັ້ນຊ່ວຍ​ໃຫ້​ປະຊາຊົນ​ມີ​ຄວາມ​ເຊື່ອໝັ້ນ, ​ເອກອ້າງ​ທະ​ນົງ​ໃຈຕໍ່ຊາດ​ຫວຽດນາມ, ຕໍ່​ພັກ​ ​ແລະ ກອງທັບ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ